ນອຍເອີ ໂຊກຮ້າຍຂາຫັກຈາກການຫລິ້ນສະກີ ຕ້ອງພັກທັງລະດູການ

ມານູເອລ ນອຍເອີ ຜູ້ຮັກສາປະຕູທີມຊາດເຢຍລະມັນ ແລະ ບາເຢິນ ມິວນິກ ໂຊກຮ້າຍ ຫລັງຂາຫັກຈາກການຫລິ້ນສະກີ ແລະ ຕ້ອງພັກຕະຫລອດ ທັງລະດູການ.
ໂດຍ ນອຍເອີ ຫາກໍສຳເລັດພາລະກິດກັບທີມຊາດເຢຍະລມັນໃນບານໂລກ 2022 ຫລັງບໍ່ສາມາດພາທີມຊາດຜ່ານເຂົ້າຮອບນ໊ອກເອົາໄດ້.
ຫລັງຈາກພາລະກິດບານໂລກ ຜູ້ຮັກສາປະຕູອາຍຸ 36 ປີໄດ້ໃຊ້ເວລາໃນໄລຍະພັກຜ່ອນກ່ອນກັບມາເຝົ້າເສົາໃຫ້ ບາເຢິນ ມິວນິກ ດ້ວຍການໄປຫລິ້ນສະ ກີທົວລິງ ແຕ່ລາວກໍໂຊກຮ້າຍປະສົບອຸບັດຕິເຫດຈົນຂາຫັກ.
ຫລ້າສຸດ ນອຍເອີ ໄດ້ອອກມາຢືນຢັນຜ່ານເຟສບຸກວ່າ : ຕົນເອງຕ້ອງເຂົ້າຮັບການຜ່າຕັດ ແລະ ຈະບໍ່ສາມາດລົງສະໜາມໃຫ້ກັບ ບາເຢິນ ມິວນິກ ຕະຫລອດລະດູການ 2022-23 ແລ້ວ.

