ຈີນສະໜອງເງິນກູ້ເພື່ອສົ່ງເສີມ SMEs ແກ່ລາວ 300 ລ້ານໂດລາສະຫະລັດ

ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ໄດ້ມອບໃຫ້ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານພັດທະນາແຫ່ງຊາດຈີນ (CDB) ຮ່ວມກັນເຊັນສັນຍາເງິນກູ້ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນ ສປປ ລາວ, ເຊິ່ງພິທີໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນລະຫວ່າງທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ແລະ ທ່ານ ຫົງ ເຈີ້ງຫົວ (Mr. Hong Zhenghua) ຫົວໜ້າສາຂາ CDB ແຂວງຢູນນານ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ ແລະ ຕາງໜ້າສະຖານທູດ ສປ ຈີນ ປະຈໍາລາວ ເຂົ້າຮ່ວມນໍາດ້ວຍ.
ໃນຕົ້ນປີ 2017 ທຫລ ແລະ ທະນາຄານ CDB ໄດ້ມີການປຶກສາຫາລືກ່ຽວກັບການສະເໜີໃຫ້ເງິນກູ້ເພື່ອສົ່ງເສີມການພັດທະນາ SMEs ແກ່ ສປປ ລາວ ແລະ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມSMEs ສປປ ລາວ ໃນວົງເງິນ 300 ລ້ານໂດລາສະຫະລັດລະຫວ່າງ ຜູ້ວ່າການ ທຫລ ກັບປະທານສະພາບໍລິຫານຂອງທະນາຄານ CDB ໃນໂອກາດທີ່ຄະນະຜູ້ແທນການນຳຂັ້ນສູງ ຂອງ ສປ ຈີນມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນເດືອນ ພະຈິກ 2017 ຜ່ານມາ.
ສຳລັບບ້ວງເງິນກູ້ດັ່ງກັ່າວ ຈະແບ່ງການເບີກຖອນອອກເປັນ 3 ງວດ, ງວດລະ 100 ລ້ານ ໂດລາສະຫະລັດ, ບົນເງື່ອນໄຂສັນຍາເງິນກູ້ທີ່ເຫັນດີນຳກັນ. ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງ MOU ດັ່ງກ່າວໃຫ້ມີປະສິດທິຜົນ, ເຊິ່ງຈະຊ່ວຍໃຫ້ບັນດາຫົວໜ່ວຍ SMEs ຈະສ້າງຜະລິດຕະພັນໃນການສົ່ງອອກ ລວມທັງສົ່ງອອກໄປ ສປ ຈີນ ແລະ ສົ່ງເສີມປີທ່ອງທ່ຽວລາວ-ຈີນ. ນອກນັ້ນ ຍັງຈະປະກອບສ່ວນເຂົ້າໃນການປັບປຸງລະບົບທະນາຄານຢູ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດກົນໄກສະໜອງສິນເຊື່ອ ເພື່ອ SMEs ດິຂື້ນ.
ໂດຍ: ຣັດສະໝີ ດວງສັດຈະ

