ປີ 2024 ແຂວງຫລວງພະບາງມີຜູ້ເສຍຊີວິດຈາກໄພພິບັດ 7 ຄົນ ມູນຄ່າເສຍຫາຍເກືອບ 200 ຕື້ກີບ

ຂ່າວສານຫຼວງພະບາງ ລາຍງານ ວ່າ: ວັນທີ 11 ກໍລະກົດ 2025 ນີ້ ແຂວງຫຼວງພະບາງສະຫຼຸບ ວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2024 ແລະວາງທິດທາງແຜນການປີ 2025 ຂອງແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ລາຍງານວ່າ: ປີ 2024 ຜ່ານມາ ພາຍໃນແຂວງຫຼວງພະບາງ ໄດ້ຮັບຜົນກະທົບຈາກເຫດໄພພິບັດໝົດ 28 ຄັ້ງ ສົ່ງຜົນກະທົບໃນ 11 ເມືອງ ແລະ ນະຄອນ ຫຼວງພະບາງ, ມີ 111 ບ້ານ 1942 ຄອບຄົວ, ຈຳນວນພົນ 10,995 ຄົນໄດ້ຮັບຜົນກະທົບ. ມີຜູ້ເສຍຊີວິດ 7 ຄົນ ລວມມູນຄ່າທັງໝົດ 194.4 ຕື້ກວ່າກີບ. ໄດ້ຮັບການຊ່ວຍເຫຼືອເຂົ້າກິນຈາກກະຊວງ 120 ໂຕນ,ໄດ້ຮັບເງິນຊ່ວຍເຫຼືອຈາກສັງຄົມທັງໝົດ 2,430 ລ້ານກວ່າກີບ ສາມາດຊ່ວຍເຫຼືອຄອບຄົວປະຊາຊົນທີ່ຖືກຜົນກະທົບ ຢູ່ 6 ເມືອງ ແລະນະຄອນຫຼວງພະບາງ ລວມມູນຄ່າທັງໝົດ 1,161 ລ້ານກວ່າກີບ.

