ມອບ-ຮັບ ແລະ ເປີດນໍາໃຊ້ສໍານັກງານກະຊວງຍຸຕິທໍາຫລັງໃໝ່

ພິທີມອບ-ຮັບ ແລະ ເປີດນໍາໃຊ້ສໍານັກງານກະຊວງຍຸຕິທໍາຫລັງໃໝ່, ​ເຊິ່ງຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີນະຄອນຫລວງວຽງຈັນ,​ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດນີ້, ໂດຍມີທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ,  ມີບັນດາຮອງລັດຖະມົນຕີ ແລະ ພະນັກງານ-ລັດຖະກອນກະຊວງດັ່ງກ່າວເຂົ້າຮ່ວມ.

  ທ່ານ ສີສະຫງວນ ອິນທະຈັກ ອໍານວຍການລັດວິສາຫະກິດ ກໍ່ສ້າງຂົວທາງ ແລະ  ຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ, ​ເຊິ່ງເປັນຜູ້ຮັບເໝົາກໍ່ສ້າງອາຄານດັ່ງກ່າວ ໃຫ້ຮູ້ວ່າ: ກະຊວງຍຸຕິທໍາຫລັງໃໝ່ນີ້ຢູ່ຫ່າງຈາກຕົວເມືອງປະມານ 20 ກິໂລແມັດ, ເລີ່ມລົງມືກໍ່ສ້າງມາແຕ່ເດືອນສິງຫາ 2013 ແລະ ສໍາເລັດໃນກາງປີ 2019 ລວມມີມູນຄ່າກໍ່ສ້າງທັງໝົດ 129 ຕື້ກວ່າກີບ, ອາຄານມີຂະໜາດກວ້າງ 46 ແມັດ ແລະ ຍາວ 99 ແມັດ.

ມີຄວາມສູງ 5 ຊັ້ນ ແລະ ປະກອບມີສິ່ງອໍານວຍຄວາມສະດວກຕ່າງໆຄົບຊຸດ ເປັນຕົ້ນ: ລະບົບໄຟຟ້າ, ນໍ້າປະປາ, ສະຖານທີ່ຈອດລົດກວ້າງຂວາງ, ມີເດີນຫຍ້າ, ເຮືອນພັກພະນັກງານປ້ອງກັນເວນຍາມ ເພື່ອຮອງຮັບການເຄື່ອນໄຫວວຽກງານຂອງກະຊວງດັ່ງກ່າວໄດ້ສະດວກດີ.