ທີ​ມຄາ​ເມ​ຣູນ ສະ​ແດງ​ພຶດຕິ​ກຳ​ບໍ່​ເໝາະ​ສົມ ​ໃນ​ການ​​ແຂ​່ງຂັນ​ບານ​ເຕະ​ຍິງ​ຊີງ​ແຊ້ມ​ໂລກ 2019

ໃນການແຂ່ງຂັນບານ ເຕະຍິງຊິງແຊ້ມໂລກ ວັນທີ 24 ມິຖຸນາ 2019 ທີ່ຜ່ານມາ ໂດຍທີມຊາດ ອັງກິດ ຊະນະ ທີມຊາດ ຄາເມຣູນ 3-0 ປະຕູ ຜ່ານເຂົ້າຮອບ 8 ທີມ ແຕ່ ເນື່ອງຈາກ ຄາເມຣູນ ບໍ່ພໍໃຈ ໃນການຕັດສິນ ຈິ່ງ ສະແດງ ພຶດຕິກຳທີ່ບໍ່ດີໃສ່ນັກເຕະອັງກິດ ແລະ ຜູ້ຕັດສິນກາງ ສະໜາມ.

ຈາກເຫດການດັ່ງກ່າວ ມີກະແສວິພາກວິຈານນັກກິລາບານເຕະຍິງທີມຊາດ ຄາເມຣູນ ທີ່ບໍ່ພໍໃຈໃນການ  ຕັດສິນວ່າເປັນເກມການແຂ່ງຂັນທີ່ສົກກະປົກໂດຍສະແດງພຶດຕິກຳທີ່ບໍ່ເໝາະສົມ ໃສ່ນັກກິລາບານເຕະຍິງທີມ ຊາດອັງກິດ ໂດຍ ອີວອງ ເນ ລູໂກ້ ນັກກິລາ ຄາເມຣູນ ເຈຕະນາໃຊ້ສອກຕຳໃສ່ໜ້າ ນິກິຕາ ພາຣິສ ນັກກິລາ ອັງ ກິດ ກ່ອນທີ່ ອໍກຸສຕິນ ອີຢັນເກ ນັກກິລາ ຄາເມຣູນຈະຖົ່ມ ນໍ້າລາຍໃສ່ແຂນຂອງ ໂທນີ້ ດັກແກນ ນັກກິລາອັງກິດ ອີກ, ທັງສະແດງຄວາມບໍ່ມີນໍ້າໃຈນັກກິລາ ບໍ່ຍອມເຂ່ຍບານ ເລີ່ມເກມການແຂ່ງຂັນໃນ ກາງເດີ່ນ ຫຼັງຈາກທີ່ອັງກິດ  ໄດ້ ປະຕູທີ 2 ຈາກການກວດ ສອບເບິ່ງວີດີໂອ (VAR) ການແຂ່ງຂັນຄືນ. ຕໍ່ມາໃນ ຊ່ວງຕົ້ນເກມຂອງເຄິ່ງເວລາ   ທີ 2 ຄາເມຣູນ ສາມາດຍິງ ປະຕູຕີຕື້ນໄດ້ເປັນ 2-1 ປະຕູແຕ່ຖືກປະຕິເສດໃຫ້ເປັນ ບານລໍ້າໜ້າ ຈາກການ ກວດ ສອບເບິ່ງວີດີໂອ (VAR) ການແຂ່ງຂັນຄືນເຊັ່ນກັນ ເຮັດໃຫ້ເກີດມີການປະທ້ວງ ຈົນເຮັດໃຫ້ເກມການແຂ່ງ ຂັນຢຸດໄປຫຼາຍນາທີ ລວມ ທັງມີນັກເຕະ ຄາເມຣູນ ຄົນ ໜຶ່ງໄດ້ເເລ່ນເຂົ້າໄປຍູ້ຜູ້ຕັດ ສິນໃນສະໜາມອີກດ້ວຍ.

 ຈາກພຶດຕິກໍາດັ່ງກ່າວ ຟິວ ເນວິວ ຜູ້ຈັດການທີມ ບານເຕະ ຍິງອັງກິດໄດ້ກ່າວ ວ່າ: ເປັນເກມການແຂ່ງຂັນ ທີ່ໜ້າລະອາຍໃຈທີ່ສຸດສຳ ລັບຄູ່ ແຂ່ງຂອງອັງກິດ ຂ້ອຍ ຮູ້ສຶກບໍ່ແມ່ນເກມການເເຂ່ງ ຂັນບານເຕະລະດັບໂລກໃນ ພຶດຕິກຳທີ່ພວກເຂົາເຮັດ ຖ້າ ຫາກຄົນທີ່ມັກໃນບານເຕະ ໄດ້ມາເຫັນເກມນີ້ກໍຄົງຈະໄປ ຫຼິ້ນກິລາອື່ນກັນໝົດ.

ສ່ວນການລົງໂທດຈະ ເປັນແນວໃດນັ້ນທາງ ສະຫະ ພັນບານເຕະໂລກ ຫຼື ຟີຟ້າກໍ ຍັງບໍ່ໄດ້ປະກາດແຕ່ຢ່າງໃດ ຄາດວ່າຄົງຈະເປັນໄປຕາມ ຂັ້ນຕອນການລົງໂທດທາງ ລະບຽບວິໄນຕາມກົດລະ ບຽບທີ່ຟີຟ້າ ໄດ້ວາງອອກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ