ຊາດິໂອ ມາເນ່ ຟິດບໍ່ທັນ ອົດດວນ ຟານໄດຈ ເພື່ອນຮ່ວມທີມເກົ່າ ນັດທຳອິດໃນບານໂລກ

ເຖິງວ່າຈະຖືກເອີ້ນມາຕິດທີມໃນຊຸດບານໂລກ 2022 ແຕ່ເບິ່ງຄືວ່າທາງຝ່າຍ ເຊເນກັລ ຈະໝົດສິດໃຊ້ງານ ຊາດິໂອ ມາເນ່ ຊຸບເປີສະຕາຂອງທີມໃນເກມທຳອິດ. ເນື່ອງຈາກວ່າຍັງບໍ່ທັນໄດ້ຟື້ນຕົວຈາກການບາດເຈັບຂອງລາວ.

ເຊເນກັລ ມີໂປຣແກມເປີດສະໜາມ ພົບກັບ ເນເທີແລນ ກຸ່ມ A ໃນວັນທີ 21 ພະຈິກ ໂດຍທີມຂອງ ອາລິອູ ຊິສເຊ ຄາດວ່າຈະສົ່ງ ມາເນ່ ທີ່ມີອາການບາດເຈັບທີ່ກະດູກຂາຂ້າງຂວາ ລົງຫລິ້ນ​ຕັ້ງແຕ່​ທໍາ​ອິດ​

​ແຕ່​ໜ້າ​ເສຍ​ດາຍ​ເມື່ອ​ ອັບດູນລາຍ ໂຊວ ​ໜຶ່ງໃນ​ສະມາຊິກ​ຄະນະ​ກຳມະການຂອງ​ສະມາຄົມ​ບານ​ເຕະ​ເຊ​ເນ​ກັລ ເປີດເຜີຍຂ່າວຮ້າຍວ່າດາວເຕະໄວ 30 ປີ ບໍ່ເຊົາທັນລົງສະໜາມໃນນັດທໍາອິດກັບ “ໂຮນລັງ” ແລະ ຕ້ອງລໍລຸ້ນໃນເກມອື່ນ ເຊັ່ນນັດພົບກັບ ກາຕ້າ ໃນວັນທີ 25 ພະຈິກ ຫລື ນັດສຸດທ້າຍດວນກັບ ເອກົວດໍ ວັນທີ 29 ພະຈິກ.