ອີ​ຣານ: ບໍ່​ທັນ​ເຖິງ​ເວລາ​ຈະ​ໃຊ້ ມັງກອນ​ໄຟ S-400

ເຕເຮຣານ ປະຕິເສດຂ່າວທີ່ວ່າ, ອີຣານຈະ ຊື້ລູກສອນໄຟປ້ອງກັນອາກາດ S-400 ນຳລັດເຊຍ ແຕ່ລັດເຊຍບໍ່ຍອມຂາຍໃຫ້. ຂ່າວສານ ຈາກສະຫະລັດກ່າວ.

ໂຄສົກກະຊວງການ ຕ່າງປະເທດ ອີຣານ Abbas Mousavi ກ່າວວ່າ: “ອີຣານຍັງບໍ່ທັນຮຽກຮ້ອງໃຫ້ລັດເຊຍຂາຍລູກສອນໄຟປ້ອງ ກັນອາກາດວິໄສໄກ S-400 ໃຫ້ກັບຕົນ. ພວກເຮົາບໍ່ທັນມີຄວາມຈຳເປັນຈະຊື້ອາວຸດດັ່ງກ່າວ”

ໜັງສືພິມ Bloomberg ຂອງສະຫະລັດໄດ້ອ້າງອີງຈາກແຫຼ່ງຂ່າວສະບັບໜຶ່ງວ່າ: ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະຕິເສດ ທີ່ຈະຂາຍລູກສອນໄຟປ້ອງກັນອາກາດວິໄສໄກ S-400 ໃຫ້ກັບ ເຕເຮຣານ ດ້ວຍເຫດ ຜົນທີ່ວ່າ, ການມີໜ້າຂອງ S-400 ຢູ່ໃນແຜ່ນດິນ ອີຣານ ຈະເພີ່ມຄວາມເຄັ່ງຕຶງຢູ່ທະ ເລຈີນໄຕ້. ອາດຈະຢູ່ເໜືອ ການຄວບຄຸມ ແລະ ຈະສ້າງການປະທະກັນທາງດ້ານການທະຫານ.

ການພົວພັນປ້ອງກັນຊາດລະຫ່ວາງ Moskva ແລະ Tehran ໄດ້ຮັບການ ເພີ່ມທະວີຂຶ້ນໃນຫຼາຍປີຜ່ານ ມານີ້ ໂດຍມີການພົບ ປະກັນຫຼາຍຄັ້ງລະຫ່ວາງກອງທັບ ຂອງສອງປະເທດ ແລະ ໄດ້ ເຊັນສັນຍາການຊື້-ຂາຍອາ ວຸດນຳກັນຫຼາຍສະບັບ.

ອີຣານໄດ້ຊື້ຫ້າງລູກສອນໄຟປ້ອງກັນອາກາດ ວິໄສໄກ S-300PMU-2 4 ຫ້າງນຳລັດເຊຍ ໃນປີ 2015, ພາຍຫຼັງ ລັດເຊຍ ຍົກເລີກ ໂຄງການລົງໂທດທາງອາວຸດ. ຫ້າງລູກສອນໄຟປ້ອງກັນອາກາດດັ່ງກ່າວມີອຳນາດສູງທີ່ສຸດຂອງໂລກ, ມີຄວາມສາມາດຊອກຄົ້ນຫາການອຳພາງຕົວຂອງເຄື່ອງ ບິນ ແລະ ທັງເປັນພື້ນຖານ ໃຫ້ແກ່ Moskva ພັດທະນາ S-400 ຂຶ້ນຕື່ມ.

ລູກສອນໄຟດັ່ງກ່າວ ສາມາດຍິງໄກໄດ້ 200 ກິໂລແມັດ ຊຶ່ງສາມາດກວມໄປ ເຖິງເຂດຊ່ອງແຄບ Hormuz ແລະ ອາ່ວເປີເຊຍ, ເຊິ່ງສາມາດຂົ່ມຂູ່ເຮືອບິນຂອງສະຫະລັດຢູ່ຕາເວັນອອກກາງໄດ້.

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ