ການຄ້າມະນຸດລະບາດໄປທົ່ວໂລກ ບໍ່ວ່າປະເທດໃຫຍ່ຫລືນ້ອຍດ້ອຍພັດທະນາ

ຮຽບຮຽງໂດຍ: ລູກເມືອງພວນ
ອົງການຈັດຕັ້ງມະນຸດ ສະທຳ ຢູ່ ອັງກິດ ໃຫ້ຮູ້ວ່າ: ຜູ້ຍິງ ສປປ ເກົາຫຼີ ຖືກພວກ ຄ້າມະນຸດສົ່ງຂາຍໃຫ້ຄົນຈີນ ເອົາໄປເປັນເມຍ.
ອີງຕາມຂ່າວຫຼ້າສຸດ ຂອງອົງການຈັດຕັ້ງມະນຸດ ສະທຳ “ປະດິດສ້າງ ແລະ ອະນາຄົດຂອງ ສປປ ເກົາຫຼີ” ຢູ່ ລອນດອນ ໃຫ້ຮູ້ວ່າ: ມີຜູ້ຍິງ ສປປ ເກົາຫຼີ ຫຼາຍພັນຄົນຖືກບັງຄັບໃຫ້ເຮັດວຽກ ຢູ່ຕາມບັນດາຂະແໜງການອຸດສາຫະກຳທາງເພດ, ມູນຄ່າ 100 ລ້ານໂດລາສະຫະ ລັດຢູ່ໃນຈີນ.
ຜູ້ເຄາະຮ້າຍສ່ວນຫຼາຍແມ່ນຢູ່ໃນລະຫວ່າງອາຍຸ 12-29 ປີ, ຖືກລັກພາຕົວ ແລະ ນຳໄປຂາຍທາງ ພາກ ຕາເວັນອອກສ່ຽງເໜືອຂອງຈີນ ເຊິ່ງເປັນເຂດນຳເຂົ້າ ແຮງງານຈາກຕ່າງປະເທດ ຫຼື ອາດຈະຖືກຂາຍໃຫ້ຜູ້ຊາຍ ຈີນຢູ່ແຖວຊົນນະບົດເອົາໄປ ເປັນເມຍ, ໃນລາຄາ 50.000 ຢວນ(ສະກຸນເງິນຈີນ) ຫຼື ປະມານ 7.200 ໂດລາສະຫະລັດ ແລະ ຖືກຜູ້ເປັນຜົວ ບັງຄັບຮ່ວມເພດຢ່າງໜັກ ໜ່ວງ.
ຜູ້ຍິງຈຳນວນໜຶ່ງຖືກ ຂາຍປະເວນີ ທາງອອນລາຍ ເພື່ອຮັບໃຊ້ຜູ້ຊາຍໃນທົ່ວໂລກ. ຜູ້ເຄາະຮ້າຍຖືກຕິດກັບດັກໄວ້ຢູ່ຈີນ, ຖ້າຫາກຖືກ ສົ່ງກັບຄືນປະເທດເຂົາຈະຖືກ ລົງໂທດຢ່າງໜັກ.
Pyon ແມ່ນໜຶ່ງໃນ ຜູ້ເຄາະຮ້າຍທີ່ມາຈາດເມືອງ Chongjin ສປປ ເກົາຫຼີ ເລົ່າວ່າ: “ ຂ້ອຍພ້ອມດ້ວຍໝູ່ ອີກ 6 ຄົນ ຖືກຂາຍໃຫ້ໂຮງແຮມແຫ່ງໜຶ່ງ. ພວກຂ້ອຍ ໄດ້ຮັບເຂົ້າປາອາຫານການ ກິນໜ້ອຍທີ່ສຸດ ແລະ ຖືກທຳ ຮ້າຍທີ່ສາມານ. ພາຍຫຼັງ 8 ເດືອນໃນຈຳນວນພວກຂ້ອຍຖືກຂາຍໄປເຄິ່ງໜື່ງ. ພວກ ນາຍໜ້າໄດ້ເຮັດສິ່ງຊົ່ວຮ້າຍ ຕໍ່ພວກເຮົາ ” , “ ເມື່ອຂ້ອຍ ໄປເຖິງໂຮງຈ້າງແຫ່ງໜຶ່ງ, ຕົນໂຕຂອງຂ້ອຍເຕັມໄປດ້ວຍຮອຍຊໍ້າ. ນາຍໜ້າຄົນໜຶ່ງ ຖືກລູກຈ້າງ ຈຳນວນໜຶ່ງຫຸ້ມ ຕີ ແລະ ແທງຂາຂອງເຂົາ ”
ຜູ້ຍິງຄົນໜຶ່ງອີກ ຊື່ກີມທີ່ມາຈາກເມືອງ ດາຍລຽນ ແຂວງລຽວນິງເລົ່າວ່າ: ພວກທີ່ຊື້ປະເວນີສ່ວນຫຼາຍແມ່ນ ຜູ້ຊາຍ ສ. ເກົາຫຼີ. “ພວກຂ້ອຍໄດ້ເຮັດ ໂຟສເຕີ ໂຄສະນາໄປຕິດໄວ້ໜ້າຫ້ອງຂອງພວກເຂົາຢູ່ໂຮງແຮມ. ໂຟສ ເຕີນັ້ນ ພວກຂ້ອຍໄດ້ເຮັດ ເປັນພາສາຂອງເກົາຫຼີໃຕ້, ພວກເຮົາໂຄສະນາກ່ຽວກັບການບໍລິການ. ໃນຈຳນວນພວກຂ້ອຍສ່ວນຫຼາຍແມ່ນ ຖືກແມ່ສື່ ນຳໄປບໍລິການ ຢູ່ຕາມໂຮງເທັກ, ໂຮງບາ” . ຜູ້ຊາຍຄົນເກົາຫຼີໃຕ້ເຂົາຢາກໄດ້ຜູ້ສາວເກົາຫຼີເໜືອເພື່ອ ເອົາໄປຮັບໃຊ້ເຈົ້ານາຍຂອງເຂົາ ແລະ ເປັນເທື່ອທຳອິດ ທີ່ຂ້ອຍໄດ້ຂາຍໂຕໃຫ້ຜູ້ຊາຍ ເກົາຫຼີໃຕ້.


