ກາດຍິງໃນໂຮງຮຽນລັດຟໍຣິດາ ເສຍຊີວິດ-ບາດເຈັບຈຳນວນຫລາຍ

​ເກີດ​ເຫດ​ກາດ​ຍິງ​ທີ່​ໂຮງຮຽນມັດທະຍົມ​ລັດ​ຟໍຣິດາ ສະຫະລັດ​ອາ​ເມ​ລິ​ກາ ມີ​ຜູ້​ເສຍ​ຊີວິດ​ຈຳນວນ​ຫລາຍ, ຫລ້າ​ສຸດ​ຄວບ​ຄຸມ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ແລ້ວ.

​ເຫດ​ລະ​ທຶກ​ຂວັນ​ຊາວ​ອາ​ເມ​ລິ​ກາ​ໃນ​ວັນ​ວາ​ເລນ​ທາຍ ​ເມື່ອ​ມີ​ເຫດ​ກາດ​ຍິງ​ພາຍ​ໃນ​ໂຮງຮຽນ​ມັດທະຍົມ​ສະ​ໂຕນ​ແມນ ດັກ​ລາສ ​ຮາ​ຍສຄູ​ລ ​ໃນ​ເມືອງ​ພາກ​ແລນ ລັດ​ຟໍຣິດາ ຂອງ​ສະຫະລັດ​ອາ​ເມ​ລິ​ກາ ​ເຈົ້າໜ້າ​ທີ່​ກະຈາຍ​ກຳລັງ​ເຂົ້າຄວບ​ຄຸມ​ສະຖານະ​ການ ​ແລະ ອົບ​ພະຍົບນັກຮຽນ​ອອກ​ມາ​ຢ່າງ​ວຸ້ນວາຍ, ສ່ວນ​ມື​ປືນ​ຍັງ​ລອຍ​ນວນ.