ມອບ-ຮັບໜ້າທີ່ຫົວໜ້າສະຖາບັນການທະນາຄານ

ໃນວັນທີ 15 ພຶດສະພານີ້ ສະຖາບັນການທະນາຄານ (ສທຄ) ໄດ້ຈັດພິທີມອບ – ຮັບໜ້າທີ່ຫົວໜ້າສະຖາບັນດັ່ງກ່າວ ລະຫວ່າງ ທ່ານນາງ ດວງດີ ພິມວົງສາ ຫົວໜ້າ ສທຄ ຜູ້ເກົ່າ ທີ່ອອກພັກຜ່ອນບໍານານ ກັບ ທ່ານ ສັນຕິ ພົນເມືອງລາວ ຫົວໜ້າ ສທຄ ຜູ້ໃໝ່ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກກົມກ່ຽວຂ້ອງຕ່າງໆ ຂອງ ທຫລ.
ທ່ານ ສັນຕິ ພົນເມືອງລາວ ຫົວໜ້າ ສທຄ ຜູ້ໃໝ່ ແມ່ນໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຢູ່ໃນຂະແໜງການທະນາ ຄານມາເປັນເວລາຫຼາຍປີ ຊຶ່ງໃນລະຫວ່າງປີ 2005 ເປັນຮອງຫົວໜ້າ ສທຄ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ; ຂັ້ນເທິງ ໄດ້ມອບໝາຍໃຫ້ປະຕິບັດໜ້າທີ່ເປັນຮອງຫົວໜ້າກົມພົວພັນສາກົນ ທຫລ (ກົມຮ່ວມມືໃນປັດຈຸບັນ), ເປັນຜູ້ ອໍານວຍການກອງທຶນປົກປ້ອງຜູ້ຝາກເງິນ (ສໍານັກງານປົກປ້ອງເງິນຝາກ) ແລະ ເປັນຫົວໜ້າໂຮງພິມທະນະບັດ ຕາມລໍາດັບ.
ຂ່າວຍັງແຈ້ງໃຫ້ຮູ້ອີກວ່າ: ໃນທ້າຍອາທິດ (9 ພຶດສະພາ) ຜ່ານມາ; ກໍ່ໄດ້ຈັດໃຫ້ມີການມອບ – ຮັບ ໜ້າທີ່ຫົວໜ້າສູນເກັບຊື້ໜີ້ ແລະ ຮັບຝາກໜີ້ ລະຫວ່າງທ່ານ ບົວລຽນ ພົມມະວົງສາ ຫົວໜ້າສູນເກັບຊື້ໜີ້ ແລະ ຮັບຝາກໜີ້ ຜູ້ເກົ່າ ທີ່ຮັບພັກຜ່ອນບໍານານ ກັບ ທ່ານນາງ ທິບພະວັນ ຈັນທະຜາສຸກ ວ່າການຫົວໜ້າສູນເກັບຊື້ໜີ້ ແລະ ຮັບຝາກໜີ້ ຜູ້ໃໝ່ ທັງນີ້ກໍ່ເພື່ອປະຕິບັດຕາມຂໍ້ຕົກລົງຂອງຜູ້ວ່າການ ທຫລ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງພັກ ແລະ ລັດຖະບານໄດ້ກໍານົດໄວ້ ແນໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ.

