ເຈົ້າໜ້າທີ່ພວມເລັ່ງສືບສວນສາເຫດໄຟໄໝ້ສູນການຄ້າລາວ-ໄອເຕັກ

ໃນເວລາປະມານ 8:30 ໂມງ ຂອງວັນທີ 10 ພຶດສະພານີ້, ໄດ້ເກີດເຫດໄຟໄໝ້ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ແລະ ເປັນມື້ເປີດງານວາງສະແດງສິນຄ້າຜະລິດຕະພັນລາວຈຶ່ງຈະຕ້ອງໄດ້ເລື່ອນງານວາງສະແດງດັ່ງກ່າວໄປກ່ອນ.
ທ່ານ ຄົມ ອິນທະລາດ ຫົວໜ້າກົມຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງເຫດໄຟໄໝ້ດັ່ງກ່າວ, ເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຮີບຮ້ອນລະດົມກໍາລັງອ້າຍນ້ອງ ພ້ອມໜ່ວຍກູ້ໄພ 1623 ແລະ ລົດດັບເພີງຈໍານວນ 6 ຄັນ ເຂົ້າສະກັດກັ້ນ ໂດຍໃຊ້ເວລາປະມານ 1 ຊົ່ວໂມງເຈົ້າໜ້າທີ່ຈຶ່ງສາມາດຄວບຄຸມໄຟໄວ້ໄດ້ ແລະ ສ່ວນຄວາມເສຍຫາຍເບື້ອງຕົ້ນມີປະມານ 20 ກວ່າຮ້ານ ໃນນັ້ນມີຮ້ານຂາຍສິ້ນໄໝ, ເສື້ອຜ້າ, ເຄື່ອງຫລິ້ນເດັກນ້ອຍ ແລະ ອື່ນໆ. ສໍາລັບສາເຫດ ແລະ ມູນຄ່າຄວາມເສຍຫາຍທາງເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ໂດຍຈະມີພິທີຖະແຫລງຂ່າວໃຫ້ມວນຊົນໄດ້ຮັບຮູ້ໃນມໍ່ໆນີ້, ຊຶ່ງເບື້ອງຕົ້ນເຈົ້າໜ້າທີ່ຄາດວ່າອາດເກີດຍ້ອນໄຟຟ້າລັດວົງຈອນ.

