ປີຜ່ານມາ ມີຜູ້ເສຍຊີວິດຈາກອຸປະຕິເຫດສະເລ່ຍມື້ໜຶ່ງມີ 3 ຄົນ

ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ໃນປີ 2019 ທົ່ວປະເທດໄດ້ມີອຸປະຕິເຫດເກີດຂຶ້ນ 6 ພັນກ່ວາກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1.134 ຄົນ, ຊຶ່ງສະເລ່ຍມື້ໜຶ່ງມີຜູ້ເສຍຊີວິດ 3 ຄົນ, ທຽບໃສ່ໄລຍະ 5 ປີຜ່ານມາ, ການສູນເສຍຈາກອຸປະຕິເຫດເພີ່ມຂຶ້ນກ່ວາ 10%, ສະເພາະໃນປີຜ່ານມາ, ອຸປະຕິເຫດທີ່ຮ້າຍແຮງແມ່ນໃນວັນທີ 19 ສິງຫາ 2019 ລົດໂດຍສານນັກທ່ອງທ່ຽວຈີນປີ້ນຕົກລົງເຫວເລີກຢູ່ເມືອງນານແຂວງຫລວງພະບາງ, ເຮັດໃຫ້ມີຜູ້ເສຍຊີວິດຄາທີ 13 ຄົນ ແລະ ບາດເຈັບ 33 ຄົນ.

ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ສະຖິຕິການເກີດອຸປະຕິເຫດ ຢູ່ ລາວ ໃນແຕ່ລະປີແມ່ນມີລັກສະນະເພີ່ມຂຶ້ນຄື: ແຕ່ລະປີມີຜູ້ເສຍຊີວິດບໍ່ຕໍ່າກວ່າ 1 ພັນຄົນ ແລະ ບາດເຈັບຫລາຍກ່ວາ 8 ພັນຄົນ ລວມມູນຄ່າເສຍຫາຍຮ້ອຍ ລ້ານໂດລາ/ປີ.

ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫລວງ ໃຫ້ຮູ້ວ່າ: ການເກີດອຸປະຕິເຫດບົນທ້ອງຖະໜົນໃນປັດຈຸບັນ ແມ່ນມາຈາກຫລາຍປັດໄຈເປັນຕົ້ນແມ່ນ: ລະບົບການຄຸ້ມຄອງຄວາມປອດໄພທາງຫລວງຍັງບໍ່ເຂັ້ມແຂງ ແລະ ນັກຂັບຂີ່ຈຳນວນໜຶ່ງບໍ່ມີໃບອະນຸຍາດຂັບຂີ່ ແລະ ບໍ່ເຂົ້າໃຈກ່ຽວກັບມາດຕະການຄວາມປອດໄພໃນການໃຊ້ລົດໃຊ້ຖະໜົນ, ການບັງຄັບໃຊ້ກົດໝາຍກໍຍັງບໍ່ທັນເຂັ້ມງວດ, ໂດຍສະເພາະການຢຶດຄືນໃບອະນຸຍາດຂັບຂີ່ຍັງມີໜ້ອຍ ແລະ ການປະຕິບັດມາດຕະການປັບໃໝກໍຍັງມີໜ້ອຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ