ອີຣັກຈັບມືຈີນ ແລະ ອາເມລິກາ ພັດທະນາໂຄງການນ້ຳມັນ

ລັດຖະບານອີຣັກ ບັນລຸຂໍ້ຕົກລົງກັບບໍລິສັດນ້ຳມັນຈີນ ແລະ ອາເມລິກາ ເພື່ອພັດທະນາໂຄງການນ້ຳມັນ ຫວັງເພີ່ມປະສິດທິພາບການຜະລິດ ແລະ ສ້າງລາຍໄດ້ໄປຟື້ນຟູປະເທດຫລັງສົງຄາມ.
ນາຍົກລັດຖະມົນຕີອີຣັກ ອາດິລ ອັບດຸລ-ມາດິ ປະກາດວ່າ: ລັດຖະບານກຳລັງວາງແຜນສ້າງໂຄງການເມກະໂປເຈກ ໂດຍຈະຮ່ວມມືກັບບໍລິສັດປິໂຕຣໄຊນ່າຂອງຈີນ ແລະ ບໍລິສັດເອັກຊອລໂມບິລ ເຊິ່ງເປັນບໍລິສັດນ້ຳມັນຂະໜາດໃຫຍ່ຂອງອາເມລິກາ ໃນການໃຊ້ນ້ຳທະເລຈາກອ່າວເປີເຊຍ ມາຊ່ວຍເພີ່ມປະລິມານການຜະລິດນ້ຳມັນຈາກແຫລ່ງນ້ຳມັນທາງພາກໃຕ້ ລວມທັງແກັສທຳມະຊາດ ເຊິ່ງປັດຈຸບັນຍັງສາມາດຜະລິດໄດ້ບໍ່ເຕັມປະສິດທິພາບເທົ່າທີ່ຄວນ.
ລັດຖະບານອີຣັກ ໄດ້ບັນລຸຂໍ້ຕົກລົງໃນຫລັກການກັບບໍລິສັດນ້ຳມັນທັງສອງແຫ່ງແລ້ວ ໂດຍໂຄງການດັ່ງກ່າວມີໄລຍະເວລາ 30 ປີ, ຄາດວ່າຈະເພີ່ມການຜະລິດນ້ຳມັນຈາກບໍ່ນ້ຳມັນສອງແຫ່ງທາງພາກໃຕ້ຈາກ 125.000 ບາເຣລຕໍ່ວັນ ເປັນ 500.000 ບາເຣລຕໍ່ວັນ ເຊິ່ງຈະຊ່ວຍໃຫ້ລັດຖະບານມີລາຍໄດ້ເຖິງ 4 ແສນລ້ານໂດລາສະຫະລັດ ເພື່ອນຳໄປໃຊ້ໃນການຟື້ນຟູປະເທດຫລັງສົງຄາມ.

