ສະຫວ່າງການພິມ ຖືສໍາຄັນວຽກງານສະຫວັດດີການໃຫ້ກໍາມະກອນ

ເນື່ອງໃນໂອກາດວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 133 ປີ, ນັກຂ່າວລາວພັດທະນາ ພວກເຮົາໄດ້ມີໂອກາດໄປສໍາພາດປະທານ ຫົວໜ່ວຍທຸລະກິດທີ່ຢູ່ໃນເຄືອຄ່າຍສະຫວ່າງການພິມຄື: ບໍລິສັດ ສະຫວ່າງເທຣດດິ້ງ ຈໍາກັດຜູ້ດຽວ, ບໍລິສັດ ຮ່ວມພັດທະນາກະສິກໍາ ຂາອອກ-ຂາເຂົ້າ ມະຫາຊົນ, ບໍລິສັດ ເຄທີຟາມ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ນຸ່ຍ ບໍລິການ ລ້າງອັດສີດ ແລະ ດາດາ ຣີຊີເດັນ ເຊິ່ງເປັນທຸລະກິດທີ່ໄດ້ຮັບອະນຸຍາດສ້າງ ຕັ້ງຂຶ້ນຖືກຕ້ອງຕາມລະບຽບກົດໝາຍຂອງລາວເຮົາ, ມີພາລະບົດບາດ ແລະ ໜ້າທີ່ພັດທະນາຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມີປະສິດທິຜົນ.
ດັ່ງທ່ານ ຂັນທອງ ສີປະເສີດ ປະທານກໍາມະການ, ອໍານວຍການທຸລະກິດດັ່ງກ່າວໃຫ້ຮູ້ວ່າ: ສະຫວ່າງການພິມ ໄດ້ສ້າງຕັ້ງຂຶ້ນມາແຕ່ປີ 1990 ຊຶ່ງມາເຖິງປັດຈຸບັນກໍມີອາຍຸ 29 ປີແລ້ວ, ໂດຍທ່ານ ນາງ ຈັນນວນ ສີປະເສີດ ເປັນຜູ້ກໍ່ຕັ້ງ ແລະ ທັງເປັນປະທານຂອງທຸລະກິດດັ່ງກ່າວ ແລະ ໄດ້ພັດທະນາ ຂະຫຍາຍທຸລະກິດອອກເປັນຫລາຍກິດຈະການຄື: ໂຮງພິມ ທີ່ເຮັດວຽກບໍລິການສິ່ງພິມທຸກປະເພດ ເຊັ່ນ: ຜະລິດປຶ້ມຂຽນ, ໃບບິນ, ແບບຟອມ, ປຶ້ມຄູ່ມື, ວາລະສານ ແລະ ສິ່ງພິມອື່ນໆອີກຫລາຍຢ່າງ, ໂດຍມີໂຮງພິມຕັ້ງຢູ່ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ສ່ວນບໍລິສັດ ສະຫວ່າງເທຣດດິ້ງ ຈໍາກັດຜູ້ດຽວ ເປັນບໍລິສັດຈໍາໜ່າຍ-ບໍລິການຂາຍສົ່ງ-ຍ່ອຍເຄື່ອງໃຊ້ຫ້ອງການ, ເຟີນີເຈີສໍານັກງານ-ພາຍໃນເຮືອນ, ໂຮງແຮມ-ອາພາດເມັນ ແລະໂຄງການລະດັບຕ່າງໆ ພ້ອມຈໍາໜ່າຍເຄື່ອງໄອທີ ແລະ ເຄື່ອງຂຽນອື່ນໆ ອີກ, ມີສໍານັກງານຕັ້ງຢູ່ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ບໍລິສັດ ຮ່ວມພັດທະນາກະສິກໍາ ຂາເຂົ້າ-ຂາອອກ ມະຫາຊົນ ເປັນຟາມ ລ້ຽງໝູຂະໜາດໃຫຍ່ ຕັ້ງຢູ່ບ້ານໃໝ່ ເມືອງໂພນໂຮງ ແຂວງວຽງຈັນ ມີໜ້າທີ່ຕົ້ນຕໍແມ່ນຜະລິດລູກໝູ ແລະ ຜະລິດຕະພັນຊີ້ນໝູເພື່ອສົ່ງອອກ, ສໍາລັບບໍລິສັດ ເຄທີຟາມ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ເປັນຟາມລ້ຽງງົວ ເພື່ອຕອບສະໜອງໃຫ້ຕະຫລາດພາຍໃນ ແລະ ຕ່າງປະເທດ, ຕັ້ງຢູ່ບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ພ້ອມນັ້ນຍັງມີຫົວໜ່ວຍທຸລະກິດ ນຸ່ຍບໍລິການ ລ້າງອັດສີດ ເຮັດໜ້າທີ່ບໍລິການລ້າງອັດສີດລົດທຸກປະເພດ, ກວດເຊັກຊ່ວງລ່າງ, ປ່ຽນນໍ້າມັນເຄື່ອງ-ປ່ຽນຢາງ ແລະ ປ່ຽນໝໍ້ໄຟຊະນິດຕ່າງໆ, ຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ດາດ້າ ຣີຊີເດັນ ບໍລິການທາງດ້ານໂຮງແຮມທີ່ພັກອາໄສ ເຊິ່ງຕັ້ງຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ລວມມີພະນັກງານກໍາມະກອນທັງໝົດເກືອບ 400 ຄົນ ໃນນັ້ນເປັນກໍາມະກອນເພດຊາຍກວມ 60%, ຍິງ 40%.
ຊຶ່ງແຕ່ໃດໆມາກຸ່ມຫົວໜ່ວຍທຸລະກິດຂອງຕົນ, ຍາມໃດກໍໄດ້ເອົາໃຈໃສ່ ແລະ ຖືສໍາຄັນວຽກງານສະຫວັດດີການເບິ່ງແຍງພະນັກງານ, ກໍາມະກອນຖືກຕ້ອງຕາມລະບຽບກົດໝາຍທີ່ລັດຖະບານວາງອອກ ແລະ ມີນະໂຍບາຍຕໍ່ເຂົາເຈົ້າໃນການພັດທະນາຄວາມຮູ້ຄວາມສາມາດ, ຍົກສູງສີມືແຮງງານ, ພ້ອມເບິ່ງແຍງຊີວີດການເປັນຢູ່ຂອງເຂົາເຈົ້າ ແລະ ຄອບຄົວໃຫ້ສາມາດຫລຸດ ພົ້ນອອກຈາກຄວາມທຸກຕາມທິດທີ່ລັດຖະບານວາງອອກ, ເພີ່ມຄ່າແຮງງານການເຮັດວຽກຕາມຄວາມສາມາດ, ມີໂບນັດ, ມື້ພັກຕາມວັນລັດຖະການ, ພັກປະຈໍາປີ, ສໍາລັບແມ່ ມານ ແລະ ແມ່ລູກອ່ອນກ່ອນຫລືຫລັງການເກີດ ພ້ອມໃຫ້ຄ່າຕອບແທນ ແລະ ມີເງິນຄ່າແຮງງານປະຈໍາປີອື່ນໆອີກ.
ທ່ານ ຂັນທອງ ສີປະເສີດ ໃຫ້ຮູ້ຕື່ມວ່າ: ໃນໂອກາດວັນກໍາມະກອນສາ ກົນຄົບຮອບ 133 ປີນີ້ ກໍຂໍຝາກເຖິງພະນັກງານ, ກໍາມະກອນທຸກທົ່ວໜ້າຈົ່ງຕັ້ງໃຈຝຶກຝົນກໍ່ສ້າງຕົນເອງໃຫ້ເປັນແຮງງານທີ່ດີ, ມີຄວາມຮູ້ຄວາມສາມາດ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ຈະເລີນສີວິໄລ, ທ່ານ ຂັນທອງ ເນັ້ນດ້ວຍຄວາມເຂັ້ມແຂງວ່າ: ໃນຕໍ່ໜ້ານີ້, ກຸ່ມບໍລິສັດຂອງຕົນບໍ່ຢຸດຢູ່ທີ່ນີ້ ຊຶ່ງຍັງຈະຂະຫຍາຍກິດຈະການຂອງຕົນອອກຕື່ມອີກຄື: ໃນມໍ່ໆນີ້ຈະມີການກໍ່ສ້າງຮ້ານຈໍາໜ່າຍຜະລິດຕະພັນຊີ້ນໝູ, ງົວ, ປາ ແລະ ພືດຜັກປອດສານຜິດຕ່າງໆ ຂຶ້ນຕື່ມອີກ ເພື່ອສາມາດຕອບສະ ໜອງຄວາມຮຽກຮ້ອງຕ້ອງການໃຫ້ພຽງພໍ ແລະ ຮັບປະກັນຄວາມປອດໄພສູງ ຊຶ່ງຄາດວ່າຈະເປີດບໍລິການໃນເດືອນກັນຍານີ້ ທີ່ບ້ານໜອງທາ ເມືອງຈັນ ທະບູລີ ນະຄອນຫລວງວຽງຈັນ.



