2 ວັນ ກ່ອນປີໃໝ່ລາວ ທົ່ວປະເທດ ມີຄົນເສຍຊີວິດຈາກອຸບັດຕິເຫດ 8 ຄົນ

ວັນທີ 13 ເມສາ 2023 ນີ້, ກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນວັນທີ 11-12 ເມສາ 2023 ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 70 ຄັ້ງ; ພາຫະນະເປເພທັງໝົດ 116 ຄັນ, ຄົນໄດ້ຮັບບາດເຈັບ 122 ຄົນ ແລະ ເສຍຊີວິດ 8 ຄົນ ຍິງ 2 ຄົນ; ແຂວງທີ່ເກີດອຸບັດຕິເຫດຫລາຍກວ່າໝູ່ປະກອບມີ: ແຂວງຈໍາປາສັກ ອຸບັດຕິເຫດເກີດຂຶ້ນ 13 ຄັ້ງ, ແຂວງສະຫວັນນະເຂດ ອຸບັດຕິເຫດເກີດຂຶ້ນ 8 ຄັ້ງ, ແຂວງຫລວງພະບາງ ອຸບັດຕິເຫດເກີດຂຶ້ນ 7 ຄັ້ງ, ນະຄອນຫລວງວຽງຈັນ, ແຂວງຄໍາມ່ວນ, ອັດຕະປື ແລະ ແຂວງວຽງຈັນ ອຸບັດຕິເຫດເກີດຂຶ້ນ 5 ຄັ້ງ, ອຸດົມໄຊ, ບໍ່ແກ້ວ ອຸບັດຕິເຫດເກີດຂຶ້ນ 4 ຄັ້ງ; ສ່ວນແຂວງທີ່ມີຜູ້ເສຍຊີວິດຫຼາຍກວ່າໝູ່ປະກອບມີ: ນະຄອນຫຼວງວຽງຈັນ ແລະ ແຂວງຄໍາມ່ວນ ເສຍຊີວິດຈາກອຸບັດຕິເຫດ 2 ຄົນ, ສະຫວັນນະເຂດ, ອຸດົມໄຊ, ບໍລິຄໍາໄຊ ແລະ ເຊກອງ ເສຍຊີວິດຈາກອຸບັດຕິເຫດແຂວງລະ 1 ຄົນ.
ການສູນເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນ ແມ່ນສາມາດປ້ອງກັນໄດ້ຖ້າວ່າຜູ້ຂັບຂີ່ຫັນມາຄໍານຶງ ແລະ ໃສ່ໃຈປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດໂດຍສະເພາະໃນຊ່ວງເທດສະການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2566 ຜູ້ຂັບຂີ່ຍານພາຫະນະຕ້ອງປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດເຊັ່ນ: ດື່ມສິ່ງມືນເມົາແລ້ວບໍ່ຂັບຂັບລົດ, ບໍ່ຂັບຂີ່ລົດໄວເກີນກຳນົດ, ບໍ່ລ່ວງປ້າຍຫ້າມ, ບໍ່ລ່ວງໄຟອໍານາດ, ຂັບຂີ່ໃຫ້ຖືກກັບຊ່ອງທາງຈະລາຈອນ, ຮັກສາໄລຍະຫ່າງຂອງລົດ, ບໍ່ລົມ ຫຼື ຫຼິ້ນໂທລະສັບໃນເວລາຂັບຂີ່, ຊິງແຊງຂຶ້ນໜ້າຕ້ອງຮັບປະກັນ, ໃຫ້ກຽດເຊິ່ງກັນແລະກັນ ແລະອື່ນໆ.
ຖ້າຍາກປ້ອງກັນຊີວິດເມື່ອທ່ານເກີດອຸບັດຕິເຫດຈາກໜັກໃຫ້ກາຍເປັນເບົາທ່ານຕ້ອງຄ່ອຍໄປຄ່ອຍມາ, ຜູ້ຂັບຂີ່ລົດໃຫຍ່ຕ້ອງໃສ່ສາຍນິລະໄຟທຸກຄັ້ງໃນເວລາຂັບຂີ່, ສ່ວນຜູ້ຂັບຂີ່ລົດຈັກທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍຕ້ອງໃສ່ໝວກກັນກະທົບທຸກຄັ້ງໃນເວລາຂັບຂີ່ ເພື່ອເປັນການປ້ອງກັນຕົວທ່ານເອງຈາກການເກີດອຸບັດຕິເຫດໝັກໃຫ້ກາຍເປັນເບົາ ໃນຊ່ວງປີໃໝ່ລາວນີ້.

