ທ່ານ ກິມ ຈ໋ອງອຸນ ກຽມຫາລືກັບທ່ານ ປູຕິນ ຫລັງເດີນທາງເຖິງຣັດເຊຍ

ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ໄດ້ເດີນທາງເຖິງຣັດເຊຍດ້ວຍລົດໄຟສ່ວນຕົວໃນວັນທີ 24 ເມສານີ້ ທ່າມກາງການຕ້ອນຮັບຢ່າງອົບອຸ່ນຈາກທາງການຣັດເຊຍທັນທີທີ່ທ່ານ ກິມ ເດີນທາງເຖິງເມືອງຄາຊານ.
ສຳນັກຂ່າວ KCNA ຂອງທາງການ ສປປ ເກົາຫລີ ລາຍງານວ່າ: ທ່ານ ກິມ ຈະເຂົ້າພົບປະທານາທິບໍດີ ວະລາດິເມຍ ປູຕິນ ເຊິ່ງເປັນການພົບກັນຄັ້ງທຳອິດໃນວັນທີ 25 ເມສາ ຢູ່ເມືອງວະລາດິວອສຕອດ ເຊິ່ງມີການກຽມພ້ອມດ້ານສະຖານທີ່ໄວ້ຮຽບຮ້ອຍແລ້ວ, ແຕ່ຍັງປົກປິດໄວ້ກ່ອນ ດ້ວຍເຫດຜົນດ້ານຄວາມປອດໄພຂອງທາງຝ່າຍ ສປປ ເກົາຫລີ.
ສ່ວນທີ່ປຶກສາວັງເກຣມແລັງ ຖະແຫລງວ່າ: ການເຈລະຈາຫາລືຈະເນັ້ນໃສ່ບັນຫາທີ່ຍັງຕົກລົງກັນບໍ່ໄດ້ວ່າດ້ວຍໂຄງການນິວເຄຼຍ ສປປ ເກົາຫລີ ໂດຍຣັດເຊຍ ຈະຫາທາງຮ່ວມກຳລັງໄປໃນແນວທາງທີ່ເປັນບວກ ເຊິ່ງເຄີຍຖືກຂັດຂວາງຈາກຝ່າຍປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ຈາກກອງປະຊຸມສຸດຍອດທີ່ຜ່ານມາກັບຜູ້ນຳ ສປປ ເກົາຫລີ. ນອກຈາກນັ້ນ ຣັດເຊຍຈະຫາທາງຈະຊ່ວຍສ້າງ ຫລື ກຳນົດເງື່ອນໄຂ ແລະ ບັນຍາກາດທີ່ດີ ເພື່ອໃຫ້ບັນລຸຂໍ້ຕົກລົງຂອງບັນຫາຢູ່ແຫລມເກົາຫລີ.
ວາລະຂອງການຫາລືລະຫວ່າງ ປະທານາທິບໍດີຣັດເຊຍ ກັບ ຜູ້ນຳ ສປປ ເກົາຫລີ ຍັງລວມເຖິງການຮ່ວມມືທະວີພາຄີ ເພາະມູນຄ່າການຄ້າລະຫວ່າງ ຣັດເຊຍກັບ ສປປ ເກົາຫລີ ນັ້ນໜ້ອຍກວ່າປີຜ່ານມາ ຕົວເລກຢູ່ທີ່ 34 ລ້ານໂດລາ ເທົ່ານັ້ນ ສາເຫດສຳຄັນເປັນຍ້ອນມາດຕະການຂວ້ຳບາດຂອງຫລາຍປະເທດ.

