ເຊລຊີ ງານເຂົ້າ ! ກ໊ອງເຕ້-ໂອດອຍ ພ້ອມກັນບາດເຈັບ

ເອັນໂກໂລ່ ກ໊ອງເຕ້ ແລະ ຄັລລຳ ຮັດສັນ-ໂອດອຍ ສອງນັກເຕະຄົນສຳຄັນຂອງ ເຊລຊີ ຕ່າງໄດ້ຮັບບາດເຈັບລະຫວ່າງເກມ ພຣີເມຍລີກ ອັງກິດ ນັດທີ່ ເຊລຊີ ເປີດບ້ານ ສະແຕມຟອດ ບຣິດ ສະເໝີ ເບິນລີ 2-2 ໃນວັນທີ 22 ເມສາ.
ຮັດສັນ-ໂອດອຍ ໄດ້ຮັບບາດເຈັບໜ້າແຂ່ງ ກ່ອນຖືກປ່ຽນຕົວອອກຈາກສະໜາມໃນນາທີ 41 ໂດຍ ເປໂດຣ ໂຣດຣິເກຊ ໄດ້ຮັບໂອກາດລົງຫລິ້ນແທນ, ສ່ວນ ກ໊ອງເຕ້ ມີບັນຫາບາດເຈັບຢູ່ຫລັງ ຈົນຕ້ອງຖືກປ່ຽນຕົວອອກໃນຊ່ວງພັກເຄິ່ງ ແລະ ເປັນ ມາເຕໂອ ໂຄວາຊິ ທີ່ລົງໄປຫລິ້ນແທນ.
ການບາດເຈັບຂອງທັງສອງຖືເປັນຂ່າວຮ້າຍສຳລັບທີມຂອງຜູ້ຈັດການທີມ ເມົາຣິຊິໂອ ຊາຣີ ທີ່ກຳລັງລຸ້ນຕິດທ໊ອບໂຟຣ ໂດຍສະເພາະໃນເກມໜ້າ ພວກເຂົາມີນັດບຸກໄປຢາມ ແມນເຊັສເຕີ ຢູໄນເຕັດ ຢູ່ສະໜາມ ໂອລ ແທຣັບຟອດ ໃນວັນທີ 28 ເມສານີ້.
ນອກຈາກນີ້ ເຊລຊີ ຍັງມີໂປຣແກຣມລົງເຕະ ຢູຟາ ຢູໂຣປາ ລີກ ຮອບຮອງຊະນະເລີດ ນັດທຳອິດ ທີ່ຈະຕ້ອງອອກໄປຢາມ ໄອທຣັກ ແຟຣັງເຟີດ ສະໂມສອນແຫ່ງເຢຍລະມັນ ໃນວັນທີ 2 ພຶດສະພາ.
ສຳລັບສະຖານະການຫລ້າສຸດຂອງ ເຊລຊີ ໃນຕາຕະລາງຄະແນນ ພຣີເມຍລີກ ຕອນນີ້ ພວກເຂົາຢູ່ອັນດັບທີ 4 ມີ 67 ຄະແນນ ຈາກການລົງເຕະ 35 ນັດ ໂດຍນຳ ອາເຊນອລ ທີມອັນດັບ 5 ທີ່ລົງເຕະໜ້ອຍກວ່າ 1 ນັດ ຄະແນນດຽວ.

