ເອຟເອ ສອບສວນກໍລະນີ ມູດຣິກ ໃຊ້ຄຳເວົ້າຈາຢຽດຜິວ ໃນວິດີໂອ Tiktok ເມື່ອເດືອນກໍລະກົດປີທີ່ຜ່ານມາ

ສະມາຄົມບານເຕະອັງກິດ (FA) ປະກາດດຳເນີນການສືບສວນກ່ຽວກັບກໍລະນີຂອງ ມິໄຄໂລ ມູດຣິກ ປີກຄົນໃຫມ່ຂອງ “ສິງໂຕນ້ຳເງິນຄາມ” ເຊວຊີ ຫລັງຈາກໃຊ້ຄຳເວົ້າຢຽດຜິວ ຫລື “N-word” ໃນວິດີໂອ “TikTok” ທີ່ໂພສເມື່ອເດືອນກໍລະກົດປີທີ່ຜ່ານມາ ຈົນຖືກວິຈານຢ່າງໜັກ.
ເຫດການໃນວິດີໂອມີຄວາມຍາວ 40 ວິນາທີ ສະແດງໃຫ້ວ່າ ມູດຣິກ ພະຍາຍາມເລົ່າເນື້ອເພງ “Freestyle” ຂອງນັກຮ້ອງເພງຊາວອາເມລິກາ Lil Baby ເຊິ່ງຮ້ອງໄວ້ໃນປີ 2017, ໂດຍເນື່ອຫາສ່ວນຫລາຍແມ່ນໃຊ້ຄຳສັບທີ່ບໍ່ເໝາະສົມ ແລະ ມີຄຳວ່າ “N-word” 16 ຄັ້ງ.
ເຖິງແມ່ນວ່າວິດີໂອທີ່ຍອດການເບິ່ງຫລາຍກວ່າ 214,000 ຄັ້ງ ໄດ້ຖືກລົບອອກແລ້ວ. ແຕ່ພຶດຕິກໍາຂອງ ດາວຍິງຊາວຢູເຄຣນ ອາຍຸ 22 ປີ ທີ່ຍ້າຍຈາກ ຊາກຕ້າ ໂດເນັດສ ມາຫລິ້ນໃຫ້ກັບ “ສິງໂຕນ້ຳເງິນຄາມ” ເມື່ອເດືອນມັງກອນທີ່ຜ່ານມາ. ສ້າງຄວາມບໍ່ພໍໃຈໃຫ້ກັບຜູ້ຄົນເປັນຈຳນວນຫລວງຫລາຍ ດ້ວຍເຫດນີ້ ຕົວແທນຂອງນັກເຕະຕ້ອງອອກມາຂໍໂທດໃນສິ່ງທີ່ເກີດຂຶ້ນ.

