ລາວເລີ່ມຈັດຕັ້ງປະຕິບັດກົນໄກສະ ໜອງຂໍ້ມູນຄວາມຕ້ອງການແຮງ ງານຜ່ານລະບົບຂໍ້ມູນຂ່າວສານ

ເພື່ອເປັນການສືບຕໍ່ພັດທະນາລະບົບຂໍ້ມູນຂ່າວສານຕະຫລາດແຮງງານແຫ່ງຊາດ (LMIS) ໃຫ້ມີຄວາມຫລາກຫລາຍ ແລະ ຄົບຖ້ວນ ເພື່ອໃຫ້ປະຊາ ຊົນ ແລະ ຜູ້ປະກອບການໄດ້ຮັບຮູ້ ແລະ ນຳໃຊ້ຂໍ້ມູນຂ່າວສານຕະຫລາດແຮງງານທີ່ມີຄຸນນະພາບ, ທັນຕາມເວລາ, ຖືກຕ້ອງ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ, ໃນວັນທີ18 ມີນານີ້, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງ ຮສສ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງນາມບົດບັນທຶກຮ່ວມມືກັນຈັດຕັ້ງປະຕິບັດກົນໄກສະໜອງຂໍ້ມູນ ຄວາມຕ້ອງການນຳໃຊ້ແຮງງານໃນລະບົບຂໍ້ມູນຂ່າວສານຕະຫລາດແຮງງານລະຫວ່າງທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ບຸນທຽງ ໄຊສົງຄາມ ຮອງຫົວໜ້າກົມທຸລະກິດພະລັງງານ, ໂດຍຊ່ອງໜ້າທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງ ຮສສ ແລະ ທ່ານ ຈັນສອນ ແສນບຸດຕະລາດ ຮອງລັດຖະມົນຕີກະຊວງພະລັງງານ, ພ້ອມດ້ວຍຮອງປະທານສະພາການຄ້າເຂົ້າຮ່ວມນໍາດ້ວຍ.
ໃນພິທີ, ທ່ານ ໄທ ແສງອາລຸນ ໄດ້ລາຍງານເຖິງຈຸດປະສົງໃນການຮ່ວມມືຂອງສອງກະຊວງ ກໍຄືສອງກົມຄັ້ງນີ້ວ່າ: ກົມພັດທະນາສີມືແຮງງານ ແລະ ຈັດຫາງານໄດ້ມີຄວາມພະຍາຍາມສ້າງຕາໜ່າງລະບົບຂໍ້ມູນຂ່າວສານຕະຫລາດແຮງງານໃຫ້ສາມາດເຊື່ອມໂຍງກັນທຸກພາກສ່ວນທີ່ກ່ຽວຂ້ອງໄປແຕ່ລະບາດກ້າວ ໂດຍໄດ້ສ້າງເວບໄຊລະບົບຂໍ້ມູນຂ່າວສານຕະຫລາດແຮງງານ www.lmi.molsw.gov.la ເຊິ່ງເປັນເຄື່ອງມືໜຶ່ງທີ່ສຳຄັນທາງດ້ານວິຊາການ ໃນການຂະຫຍາຍ ແລະ ພັດທະນາວຽກຂໍ້ມູນຂ່າວສານຕະຫລາດແຮງງານໃຫ້ແຕ່ລະພາກສ່ວນສາມາດມີສ່ວນຮ່ວມ ແລະ ສາມາດນຳໃຊ້ໄດ້ຢ່າງກວ້າງຂວາງ.
ການຮວ່ມມືໃນຄັ້ງນີ້ແມ່ນບາດກ້າວອັນໃໝ່ແຫ່ງການເຊື່ອມໂຍງ ລະ ຫວ່າງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານເຂົ້າຫາກັນ ໂດຍນຳໃຊ້ລະບົບຂໍ້ມູນຂ່າວສານຕະຫລາດແຮງງານເປັນສື່ກາງໃນການປະກາດຕຳແໜ່ງງານວ່າງ ຫລື ປະກາດຮັບສະໝັກງານ ເຊິ່ງມື້ນີ້ຈະໄດ້ລົງນາມເຮັດບົດບັນທຶກຮ່ວມມືຈັດຕັ້ງປະຕິບັດກົນໄກການສະໜອງຄວາມຕ້ອງການແຮງງານ (ຂອງຜູ້ໃຊ້ແຮງງານ) ລົງໃນລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ລະຫວ່າງ ກົມພັດທະ ນາສີມືແຮງງານ ແລະ ຈັດຫາງານ ກັບ ກົມທຸລະກິດພະລັງງານ ກະຊວງພະ ລັງງານ ແລະ ບໍ່ແຮ່ ເພື່ອຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບຂະແໜງການຕົນໄດ້ມີສ່ວນຮ່ວມ ແລະ ເປັນເຈົ້າການສະໜອງຂໍ້ມູນຄວາມຕ້ອງການແຮງງານລົງໃນລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ແລະ ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມສາມາດເຂົ້າເຖິງຂໍ້ມູນຂ່າວສານຕະຫລາດດັ່ງກ່າວໄດ້, ຮູ້ນໍາໃຊ້ ແລະ ເຂົ້າເຖິງເວັບໄຊ ຂອງລະບົບຖານຂໍ້ມູນຂ່າວສານຕະຫຼາດແຮງງານໄດ້ງ່າຍຂຶ້ນ ແລະ ເປັນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ແລະ ການຜະລິດຕ່າງໆໄດ້ນຳໃຊ້ລະບົບນີ້ປະກາດຮັບສະໝັກງານໃນຕຳແໜ່ງງານທີ່ຕົນຕ້ອງການໄດ້ທັນເວລາ ຖືກຕ້ອງ, ຊັດເຈນ ເພື່ອໃຫ້ຜູ້ກຳລັງຊອກຫາວຽກເຮັດງານທຳທີ່ໄດ້ລົງທະບຽນໄວ້ໃນລະບົບຂໍ້ມູນຂ່າວສານຕະຫລາດແຮງງານດັ່ງກ່າວ ແລະ ສາມາດຊອກຫາວຽກເຮັດງານທຳທີ່ເໝາະສົມກັບວິຊາສະເພາະທີ່ໄດ້ຮຽນມາ ຫລື ຕຳແໜ່ງງານທີ່ຕົນຕ້ອງການ.

