ສສຂ ເມືອງອາດສະພອນ ສະເໜີແຂວງສະຫວັນນະເຂດ ປາບປາມຮ້ານແລກປ່ຽນທີ່ມີອິດທິພົນ ດຳເນີນທຸລະກິດແບບບໍ່ຢ້ານກົວຕໍ່ກົດໝາຍ

ໃນເວລາ ທີ່ທ່ານ ນາງ ຫົງຄໍາ ໄຊຍະຄົມ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງອາດສະພອນ ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງທ່ານເຈົ້າແຂວງໆ ສະຫວັນນະເຂດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ຢູ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາປະຊາ ຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ໄຂຂຶ້ນວັນທີ 24-26 ກໍລະກົດ 2024ນີ້, ທ່ານໄດ້ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ກໍຄືຄະນະປົກຄອງແຂວງຖືເອົາວຽກງານການແກ້ໄຂບັນຫາເງິນເຟີ້, ບັນຫາລາຄາສິນຄ້າ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ມີລາຄາແພງສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ, ພະນັກງານ, ທະຫານ-ຕໍາຫລວດຢູ່ພາຍໃນແຂວງ, ເພາະວ່າໃນ 14 ຈຸດສຸມທີ່ອົງການປົກຄອງແຂວງໄດ້ກໍານົດແມ່ນຍັງບໍ່ໄດ້ມີຂໍ້ກຳນົດອັນລະອຽດກ່ຽວກັບການແກ້ໄຂບັນຫາເງິນເຟີ້ວ່າຈະແກ້ໄຂແນວໃດ.

ດັ່ງນັ່ນຈຶ່ງສະເໜີໃຫ້ອົງການປົກຄອງແຂວງບັນຈຸເຂົ້າຕື່ມເປັນຈຸດສຸມທີ 15 ທີ່ກ່ຽວກັບການແກ້ໄຂບັນຫາເງິນເຟີ້ ຢ່າງລະອຽດ, ກຳນົດມາດຕະການບັງຄັບທີ່ຊັດເຈນ ແລະ ປາບປາມຢ່າງເດັດຂາດຕໍ່ຜູ້ລະເມີດກົດໝາຍ ໂດຍສະເພາະບັນດາຮ້ານແລກປ່ຽນ ທີ່ກຳນົດອັດຕາແລກປ່ຽນຕາມລຳພັງໃຈ. ໂດຍອີງຕາມການລາຍງານຂອງຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ປະຈຳພາກກາງໄດ້ລາຍຕໍ່ກອງປະຊຸມຄັ້ງນີ້ວ່າ: ຜ່ານການກວດກາການຈັດຕັ້ງປະຕິບັດຕົວຈິງຜ່ານມາເຫັນວ່າມີຮ້ານແລກປ່ຽນຈຳນວນໜຶ່ງທີ່ບໍ່ປະຕິບັດຕາມລະບຽບ, ຕາມກົດໝາຍເຊິ່ງເປັນຮ້ານໃຫຍ່, ຮ້ານດັງ ກໍເລີຍບໍ່ສາມາດເຮັດຫຍັງກັບເຂົາໄດ້ ນັ້ນກໍ່ສະແດງວ່າການບັງຄັບໃຊ້ກົດໝາຍຂອງເຈົ້າໜ້າທີ່ຍັງບໍ່ເດັດຂາດ. ເພາະທຸກຄົນຈະມີຖານະລ່ຳລວຍພຽງໃດ, ຈະມີອຳນາດທາງດ້ານການເງິນຫລາຍປານໃດກໍຢູ່ພາຍໃຕ້ກົດໝາຍຢ່າງສະເໝີພາບກັນ.

ສະນັ້ນຈຶ່ງສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນອົງການປົກຄອງແຂວງ ໃຫ້ນໍາໃຊ້ກົດໝາຍໃນການຄຸ້ມຄອງ ເພາະບັນດາຄວາມຫຍຸ້ງຍາກທາງດ້ານເສດຖະກິດ: ບັນດາຜົນກະທົບຕ່າງໆໃນໄລຍະນີ້ປັດໄຈພື້ນຖານແມ່ນເກີດຈາກອັດຕາແລກປ່ຽນເງິນ.

ຂ່າວ: ແຂວງສະຫວັນນະເຂດ