ອາເມລິກາຄາດວ່າເສດຖະກິດ ແຂງແຮງ ແລະ ບໍ່ຫລຸດຖອຍ

ຫົວໜ້າທີມເສດຖະກິດປະຈຳທຳນຽບຂາວອາເມລິກາ ຖະແຫລງວ່າ: ເສດຖະກິດອາເມລິກາຈະຍັງເຕີບໃຫຍ່ຢ່າງຕໍ່ເນື່ອງໃນປີນີ້ໃນລະດັບດຽວກັບປີ 2018 ແລະ ເກືອບບໍ່ມີທ່າອ່ຽງຈະຫລຸດຖອຍ.
ທ່ານ ເຄວິນ ແຮສເຊດ ປະທານສະພາທີ່ປຶກສາເສດຖະກິດປະຈຳທຳນຽບຂາວ ກ່າວຕໍ່ສະຖານີໂທລະພາບ CNBC ວ່າ: ໃນປີຜ່ານມາ ບໍລິສັດອາເມລິກາໄດ້ປະໂຫຍດຈາກການຫລຸດພາສີຕາມນະໂຍບາຍປະຕິຮູບພາສີຄັ້ງໃຫຍ່ຂອງອາເມລິກາທີ່ຜ່ານການອະນຸມັດໃນທ້າຍປີ 2017 ໂດຍມີຈຸດມຸ່ງໝາຍເພື່ອສົ່ງເສີມການລົງທຶນ ແລະ ຊ່ວຍເພີ່ມຜົນປະກອບການໃຫ້ດີຂຶ້ນໃນປີ 2019. ຫົວໜ້າທີມເສດຖະກິດທຳນຽບຂາວ ກ່າວວ່າ: ອາເມລິກາຈະດຳເນີນການຕາມເປົ້າໝາຍຕໍ່ໄປ ແລະ ຄາດວ່າເສດຖະກິດອາເມລິກາ ເຊິ່ງມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກຈະຍັງເຕີບໃຫຍ່ຕໍ່ເນື່ອງ. ການຕີລາຄາທ່າອ່ຽງເສດຖະກິດດັ່ງກ່າວສວນທາງກັບການຄາດຄະເນໂດຍທົ່ວໄປວ່າ: ເສດຖະກິດອາເມລິກາຈະຂະຫຍາຍຕົວຊ້າລົງໃນປີນີ້ ເນື່ອງຈາກຄາດວ່າຜົນຈາກການຫລຸດພາສີ ແລະ ແຜນກະຕຸ້ນທາງການເງິນໃນປີຜ່ານມາຈະເລີ່ມຊ້າລົງແລ້ວ.

