IS ລະເບີດຂ້າຕົວຕາຍໂຈມຕີ ໜ່ວຍຂ່າວລັບອັບການິດສະຖານ

ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ຫລັງມືລະເບີດຂ້າຕົວຕາຍຂອງກຸ່ມ IS ຈູດສະນວນໃກ້ກັບສຳນັກງານໜ່ວຍຂ່າວລັບແຫ່ງຊາດ ໃນນະຄອນຫລວງກາບູນ ຂອງອັບການິດສະຖານ.
#Kabul – At least four civilians and two NDS members were killed and three others including two civilians were wounded in a suicide attack at a check post of NDS in Kabul city, source confirmed to TOLOnews. Daesh has claimed responsibility for the attack. pic.twitter.com/Cukxzqt0YC
— TOLOnews (@TOLOnews) December 25, 2017
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງກາບູນ ປະເທດອັບການິດສະຖານ ໃນວັນທີ 25 ທັນວາວ່າ: ກະຊວງປ້ອງກັນປະເທດຂອງອັບການິດສະຖານລາຍງານການເກີດເຫດລະເບີດ ພາຍໃນອານາເຂດຂອງສຳນັກງານຂ່າວລັບແຫ່ງຊາດ (NDS) ບໍລິເວນເຂດໃຈກາງນະຄອນຫລວງກາບູນ ໃນເຊົ້າວັນທີ 25 ທັນວານີ້ ຕາມເວລາທ້ອງຖິ່ນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແບ່ງເປັນປະຊາຊົນ 4 ຄົນ ເຊິ່ງໂດຍສານລົດຂີ່ຜ່ານມາໃນໄລຍະຄົນຮ້າຍຈູດສະນວນລະເບີດພໍດີ, ສ່ວນອີກ 2 ຄົນເປັນເຈົ້າໜ້າທີ່ຂອງ NDS ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກ 3 ດ້ານ, ສ່ວນລາຍງານຂອງກະຊວງສາທາລະນະສຸກລະບຸຈຳນວນຜູ້ເສຍຊີວິດເທົ່າກັນ, ແຕ່ອ້າງມີຜູ້ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້ພຽງຄົນດຽວ.
ຫລັງເກີດເຫດສຳນັກຂ່າວອາມັກຂອງກຸ່ມ IS ອອກຖະແຫລງການອ້າງເປັນຜູ້ຢູ່ເບື້ອງຫລັງເຫດການຄັ້ງນີ້ ທີ່ເກີດຂຶ້ນພຽງ 1 ອາທິດ ຫລັງເຫດໂຈມຕີບໍລິເວນສູນຝຶກຂອງ NDS ໃນວັນທີ 18 ທັນວາ ແລະ ເຫດການຢຸດຕິດ້ວຍການທີ່ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງສັງຫານຜູ້ບຸກລຸກເສຍຊີວິດ 3 ຄົນ ໂດຍຢືນຢັນບໍ່ມີພົນລະເຮືອນເສຍຊີວິດ ຫລື ໄດ້ຮັບບາດເຈັບ, ສ່ວນກຸ່ມ IS ອ້າງເປັນຜູ້ກໍ່ເຫດ.

