ສະໂມສອນ ຊົນບຸລີ ເອຟຊີ ຍົກເລີກສັນຍາ ຜູ້ຮັກສາປະຕູ ຈາກກໍລະນີເມົາແລ້ວຂັບ ເຮັດໃຫ້ເກີດອຸບັດຕິເຫດຕຳຄົນເສຍຊີວິດ

ເຟສບຸກ ສະໂມສອນ ຊົນບຸລີ ເອຟຊີ ໄດ້ອອກຖະແຫລງການເພີ່ມເຕີມຄັ້ງທີ 2 ໂດຍຍົກເລີກສັນຍາກັບ ທ້າວ ວໍລະວຸດ ສຸຂຸນາ ຢ່າງເປັນທາງການໂດຍລະບຸວ່າ: “ຖະແຫລງການເພີ່ມເຕີມສະບັບທີ 2 ໂດຍປະທານສະໂມສອນ ຊົນບຸລີ ເອຟຊີ: ວິທະຍາ ຄຸນປລື້ມ.

ຈາກຖະແຫລງການຂອງ ສະໂມສອນ ຊົນບຸລີ ເອຟຊີ ຈາກກໍລະນີອຸບັດຕິເຫດທີ່ ທ້າວ ວໍລະວຸດ ສຸຂຸນາ ເມົາແລ້ວຂັບລົດຕຳຄົນຈົນເຮັດໃຫ້ເສຍຊີວິດໃນສະບັບທໍາອິດ ທີ່ສະໂມສອນໄດ້ອອກຖະແຫລງການໃນມື້ວານນີ້

ຫລັງ​ຈາກ​ທີ່ການ​ສົນ​ທະ​ນາເພີ່ມເຕີມ​ອີກ​ຂອງ​ທີມ​ບໍ​ລິ​ຫານ​ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຮ່ວມ​ກັບຂໍ້ມູນ​ຫລັກ​ຖານ​ທີ່ຖືກພິຈາລະນາ ສະນັ້ນ ຈຶ່ງມີບົດສະຫລຸບເພີ່ມເຕີມຈາກຖະແຫລງການສະບັບທຳອິດ ” ເຊິ່ງຂ້າພະເຈົ້າ ວິທະຍາ ຄຸນປລື້ມ ປະທານສະໂມສອນ ຊົນບຸລີ ເອຟຊີ ຈະເປັນຜູ້ອອກຖະແຫລງການເພີ່ມເຕີມໃນສະບັບນີ້ດ້ວຍຕົນເອງ ດັ່ງນີ້:

ຈາກຜົນຂອງການສືບສວນຂອງເຈົ້າໜ້າທີ່ ທີ່ມີການຕັ້ງຂໍ້ຫາ ທ້າວ ວໍລະວຸດ ສຸຂຸນາ ວ່າ  “ຂັບລົດໃນຂະນະມຶນເມົາ ເປັນເຫດເຮັດໃຫ້ຜູ້ອື່ນເສຍຊີວິດ ແລະ ບາດເຈັບສາຫັດ” ແລະ ຈາກຫລັກຖານພະຍານໃນບ່ອນເກີດເຫດ ເຖິງ​ແມ່ນ​ວ່າ​ຈະມີການຂໍ​ປະ​ກັນ​ຕົວເພື່ອໄປໃຫ້ການ​ກັບ​ທະ​ນາຍ​ຄວາມ ​ແລະ ​ໃນ​ສານ,​ ເຊິ່ງຈາກທີ່ສະໂມສອນປະກາດການລົງໂທດໃນສະບັບທໍາອິດວ່າ “ ວໍລະວຸດ ສຸຂຸນາ ຈະບໍ່ຖືກສົ່ງລົງສະໜາມໃນການແຂ່ງຂັນບານເຕະໄທລີກ ຈົນກວ່າຄະດີຈະຍຸຕິລົງ ແລະ ລົງໂທດຕາມກົດໝາຍ “ຈຶ່ງມີການພິຈາລະນາບົດລົງໂທດໃໝ່ ໂດຍມີມະຕິຕົກລົງຈາກ ຊົນບຸລີ ເອຟຊີ ໃຫ້ “ຍົກເລີກສັນຍາ” ເຊິ່ງມີຜົນທັນທີ

ແລະ ຈາກການອອກມາສະແດງຄວາມຮັບຜິດຊອບຂອງຜູ້ຈັດການທີມ ທ່ານ ສັກສິດ ສິງໂຕທອງ ຜ່ານຄລິບວີດີໂອ ( https://bit.ly/3syQJTc ) ວ່າຂໍຢຸດຕິໜ້າທີ່ ລາອອກຈາກຕໍາແໜ່ງຜູ້ຈັດການທີມຂອງ ຊົນບຸລີ ເອຟຊີ, ທາງຜູ້ບໍລິຫານຈັດການສະໂມສອນໄດ້ເຄົາລົບການຕັດສິນໃຈ ​ແລະ​ ມີ​ມະຕິ​ຮັບຮອງໃຫ້ມີ​ຜົນ​ຕາມ​ຄວາມ​ສົງຂອງ​ຜູ້ກ່ຽວ​ເຊັ່ນ​ກັນ

ສຸດທ້າຍທາງສະໂມສອນ ຊົນບຸລີ ເອຟຊີ ຂໍເນັ້ນຢ້ຳເລື່ອງການສະແດງຈຸດຢືນຂອງສະໂມສອນ ທີ່ບໍ່ເຫັນດີນຳ ແລະ ຍອມຮັບບໍ່ໄດ້ຕໍ່ກັບການກະທຳຂອງ ທ້າວ ວໍລະວຸດ ສຸຂຸນາ ຜູ້ຮັກສາປະຕູສະໂມສອນ ໃນກໍລະນີເກີດອຸປະຕິເຫດຍ້ອນເມົາແລ້ວຂັບ ຈົນເຮັດໃຫ້ມີຜູ້ເສຍຊີວິດ ເນື່ອງຈາກພວກເຮົາແມ່ນສະໂມສອນບານເຕະທີ່ມີຈຸດປະສົງເພື່ອເຮັດໃຫ້ປະຊາຊົນຊົນ ຊົນບຸລີ ມີສຸຂະພາບຮ່າງກາຍແຂງແຮງ, ປອດພະຍາດ ແລະ ພຶດຕິກຳເມົາແລ້ວຂັບ ກົງກັນຂ້າມກັບຄວາມຕັ້ງໃຈທີ່ພວກເຮົາມີ

ສະໂມສອນຍັງຄົງຢືນຢັນວ່າຈະບໍ່ປົກປ້ອງຜູ້ກະທໍາຜິດ ພ້ອມໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ແລະ ນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ. ເພື່ອເປັນແບບຢ່າງທີ່ດີ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ພວກເຂົາເຈົ້າອີກທັງຍັງໄດ້ຢືນຢັນວ່າພວກເຂົາຈະຄວບຄຸມ ເບິ່ງແຍງບໍ່ໃຫ້ນັກກິລາບານເຕະ ລວມທັງບຸກຄະລາກອນໃນສະໂມສອນ ກໍ່ເຫດເມົາແລ້ວຂັບຈົນເກີດເຫດການການສູນເສຍດັ່ງກ່າວອີກຕໍ່ໄປ.