ອາດຖືກປັບຕົກຮອບ ! ເລບັນເຕ້ ຈະເອົາຜິດ ບາເຊໂລນາ

ຟຣານຊິສໂກ້ ຂາເບຍ ກາຕາລັນ ຜູ້ບໍລິຫານໃຫຍ່ ເລບັນເຕ້ ປະກາດຈະຟ້ອງຮ້ອງ ບາເຊໂລນາ ເລື່ອງສົ່ງນັກເຕະທີ່ຖືກໂທດຫ້າມລົງຫລິ້ນໃນເກມ ໂກປາ ເດລ ເຣ ຮອບ 16 ທີມສຸດທ້າຍ ນັດທຳອິດ ໂດຍ ບາຊາ ອາດຈະເຖິງຂັ້ນຖືກປັບຕົກຮອບ.
ຟຣານຊິສໂກ້ ຂາເບຍ ກາຕາລັນ ປະທານ ເລບັນເຕ້ ສະໂມສອນໃນ ລາ ລີກາ ສະເປນ ກ່າວວ່າ: ລາວຈະຍື່ນເລື່ອງຟ້ອງຮ້ອງເອົາຜິດກັບ ບາເຊໂລນາ ຫລັງຈາກເຊື່ອວ່າ ບາເຊໂລນາ ເຮັດຜິດກົດ ດ້ວຍການສົ່ງນັກເຕະທີ່ຖືກໂທດຫ້າມລົງຫລິ້ນໃນເກມ ໂກປາ ເດລ ເຣ ຮອບ 16 ທີມສຸດທ້າຍ ນັດທຳອິດ.
ໃນນັດທຳອິດ ເລບັນເຕ້ ຊະນະໄປ 2-1 ໃນວັນທີ 10 ມັງກອນຜ່ານມາ. ຂະນະທີ່ນັດສອງ ບາເຊໂລນາ ເປີດບ້ານ ເອົາຊະນະໄປແບບສະບາຍໆ 3-0 ໃນວັນທີ 17 ມັງກອນຜ່ານມາ ຈົນເຮັດໃຫ້ທີມຂອງຜູ້ຈັດການທີມ ເອຣເນສໂຕ້ ບັລເບຣເດ້ ເຂົ້າສູ່ຮອບກ່ອນຮອງຊະນະເລີດຈາກການຊະນະ ດ້ວຍຄະແນນລວມ 2 ນັດ 4-2.
ເຖິງຢ່າງໃດກໍຕາມ, ກາຕາລັນ ໃຫ້ສຳພາດໃນກ່ອນລົງຫລິ້ນນັດສອງວ່າ: ເລບັນເຕ້ ຈະຍື່ນເລື່ອງຮ້ອງຮຽນກັບທາງສະຫະພັນບານເຕະສະເປນ (RFEF) ເພາະເບິ່ງວ່າ ບາເຊໂລນາ ສົ່ງນັກເຕະທີ່ຖືກໂທດຫ້າມລົງຫລິ້ນໃນນັດທຳອິດ ເຊິ່ງນັກເຕະຄົນດັ່ງກ່າວຄື ຂວນ ບຣັນດາຣິຊ ກອງຫລັງດາວຮຸ່ງ ໂດຍກ່ອນລົງຫລິ້ນເກມໃນວັນທີ 10 ມັງກອນຜ່ານມາ ນັກເຕະໄວ 19 ປີ ຖືກໃບເຫລືອງໃນເກມ ເຊກຸນດ້າ ເບ ໃນຕອນທີ່ລົງຫລິ້ນໃຫ້ ບາເຊໂລນາ ເບ ຈົນເຮັດໃຫ້ລາວສະສົມໃບເຫລືອງຄົບ 5 ໃບພໍດີ.
ທັງນີ້, ຕາມກົດໃນຫລາຍລະດູການກ່ອນໜ້ານີ້ຂອງລີກສະເປນນັ້ນ ເມື່ອນັກເຕະຄົນໃດສະສົມໃບເຫລືອງຄົບ 5 ໃບ ຄົນໆນັ້ນຕ້ອງຖືກຫ້າມ 1 ນັດໂດຍອັດຕະໂນມັດ ແລະ ໂທດຫ້າມຈະມີຜົນໃນເກມຕໍ່ໄປທັນທີ ບໍ່ວ່າຈະເປັນເກມລີກ ຫລື ເກມ ໂກປາ ເດລ ເຣ.
ຖ້າອ້າງອີງຕາມກົດດັ່ງກ່າວ ໝາຍຄວາມວ່າ: ບຣັນດາຣິຊ ບໍ່ສົມຄວນໄດ້ລົງຫລິ້ນໃນນັດທຳອິດ ແລະ ທາງ ກາຕາລັນ ກໍປະກາດວ່າຈະເອົາຜິດ ບາເຊໂລນາ ໃຫ້ໄດ້ ໂດຍຍອດທີມແຫ່ງຖິ່ນຄຳນູ ອາດຈະພົບກັບບົດລົງໂທດຮ້າຍແຮງທີ່ສຸດ ເຊັ່ນການຖືກປັບຕົກຮອບ ເຊິ່ງຄວາມຈິງໃນລະດູການ 2015-16 ຣີລ ມາດຣິດ ເຄີຍຖືກລົງໂທດແບບນີ້ມາແລ້ວ ເພາະພວກເຂົາສົ່ງ ເດນິສ ເຊີຣີເຊຟ ລົງຫລິ້ນໃນເກມ ໂກປາ ເດລ ເຣ ຮອບ 32 ທີມສຸດທ້າຍ ນັດທຳອິດ ທັງທີ່ລາວຖືກໂທດຫ້າມຢູ່.
ບາເຊໂລນາ ຢືນຢັນວ່າພວກເຂົາບໍ່ໄດ້ເຮັດຜິດກົດແຕ່ຢ່າງໃດ ເພາະໄລຍະເດືອນພະຈິກຜ່ານມາ ມີການປ່ຽນແປງບາງຢ່າງຈົນເຮັດໃຫ້ໂທດຫ້າມໃນເກມລີກບໍ່ມີຜົນກັບເກມ ໂກປາ ເດລ ເຣ ອີກຕໍ່ໄປ.

