ອາເຕຕ້າ ຂະຫຍາຍສົນຍາຄຸມ ອາເຊນອລ ເຖິງປີ 2025

ມິເກລ ອາເຕຕາ ຜູ້ຈັດການທີມອາເຊນອລ ຂະຫຍາຍສັນຍາສະບັບໃຫມ່ໃນການຄຸມທີມ ປືນໃຫຍ່ ອີກ 3 ປີ ຫລື ເຖິງປີ 2025 ເປັນທີ່ຮຽບຮ້ອຍແລ້ວ.

ສຳລັບ ອາເຕຕ້າ ເຂົ້າມາເຮັດຫນ້າທີ່ເປັນຜູ້ຈັດການທີມຂອງ ອາເຊນອລ ເມື່ອປີ 2019 ເຊິ່ງລາວກໍພາຕົ້ນສັງກັດປະສົບຄວາມສຳເລັດດ້ວຍການຄວ້າແຊ໊ມ ເອຟເອ ຄັບ ມາຄອງໃນລະດູການ 2019-20.

ໂດຍສັນຍາເກ່ົາຂອງຜູ້ຈັດການທີມຊາວສະເປນຈະຫມົດລົງຫລັງຈົບລະດູການ 2022-23 ຈົນຫລ້າສຸດເມື່ອວັນທີ 6 ພຶດສະພາທີ່ຜ່ານມາ ອາເຊນອລ ຖະແຫລງຜ່ານເວັບໄຊວ່າ ອາເຕຕາ ຈະຂາຍສັນຍາກັບທີມອອກໄປອີກ 3 ປີ ຫລື ເຖິງຈົບລະດູການ 2024-25.

‘‘ ມື້ນີ້ຂ້ອຍມີຄວາມສຸກຕື່ນເຕັ້ນ ປື້ມປະຕິ ແລະມີຄວາມສຸກຫລາຍແທ້ໆ ເມື່ອຂ້ອຍໄດ້ລົມກັບ ຈອດ (ໂຄຣເອນເກ) ລາວເບິ່ງເຫັນສະໂມສອນໃນຈຸດດຽວກັນ ແລະ ລາວຕ້ອງການນຳສະໂມສອນໄປໃນແບບທີ່ຂ້ອຍຕ້ອງການ ດັ່ງນັ້ນ ທຸກຢ່າງທີ່ລາວເວົ້າ ແລະ ສະແຕນ ໂຄຣເອນເກ ເວົ້າກັບຂ້ອຍ ພວກເຂົາກໍເຮັດໄດ້ສະເຫມີ ’’.

‘‘ ເຮົາຕ້ອງການນຳສະໂມສອນໄປສູ່ອີກລະດັບ ແລະແຂ່ງຂັນກັບທີມຊັ້ນນຳ ເພື່ອທີ່ຈະເຮັດແບບນັ້ນ ເຮົາຕ້ອງຫລິ້ນໃນແຊ໊ມປຽນລີກ ເຮົາຕ້ອງສາມາດພັດທະນາທີມ ປັບປຸງຜູ້ຫລິ້ນ ປັບປຸງທຸກພະແນກ ສ້າງຄວາມສຳພັນທີ່ດີກັບແຟນໆ ປັບປຸງບັນຍາກາດທີ່ ເອມີເຣສ ລວມເຖິງສັນຫາບຸກຄະລາກອນທີ່ມີຄວາມສາມາດລະດັບແນວຫນ້າ ແລະ ຄົນທີ່ດີສຳລັບສະໂມສອນນີ້ ເພື່ອຂັບເຄື່ອນໂຄງການໄປສູ່ລະດັບນັ້ນ ’’. ອາເຕຕ້າ ກ່າວ.

ນອກຈາກ ອາເຕຕ້າ ແລ້ວ ໂຈນາສ ໄອເດວັລ ຜູ້ຈັດການທີມບານຍິງຂອງອາເຊນອລ ທີ່ຂະຫຍາຍສັນຍາອອກໄປອີກ 3 ປີເຊັ່ນກັນ.

ປັດຈຸບັນ ອາເຊນອລ ຢູ່ໃນການຫວັງຕຳແຫນ່ງອັນດັບ 4 ຂອງພຣີເມຍລີກ ລະດູການນີ້ ຫລັງພວກເຂົາຄອງອັນດັບ 4 ຂອງຕາຕະລາງດ້ວຍການມີ 63 ຄະແນນ ຈາກ 34 ນັດ.