ອາເມລິກາເລີ່ມເຄື່ອນຍ້າຍ ອຸປະກອນອອກຈາກຊີຣີແລ້ວ

ເຈົ້າໜ້າທີ່ປ້ອງກັນປະເທດອາເມລິກາຢືນຢັນວ່າ: ກອງທັບອາເມລິກາໄດ້ເລີ່ມຖອນອຸປະກອນອອກຈາກຊີຣີແລ້ວ, ຫລັງມີຂ່າວວ່າກຳລັງມີການດຳເນີນຕາມປະທານາທິບໍດີ ໂດນນັລ ທຣຳ ປະກາດໃນເດືອນກ່ອນວ່າຈະຖອນທະຫານອາເມລິກາທັງໝົດອອກຈາກຊີຣີ.
ເຈົ້າໜ້າທີ່ປ້ອງກັນປະເທດ ເປີດເຜີຍວ່າ: ບໍ່ສາມາດໃຫ້ລາຍລະອຽດການຖອນອຸປະກອນອອກຈາກຊີຣີໄດ້ດ້ວຍເຫດຜົນດ້ານຄວາມປອດໄພ, ແຕ່ຢືນຢັນວ່າມີການຖອນແທ້ ຫລັງຈາກ CNN ລາຍງານເປັນແຫ່ງທຳອິດອ້າງເຈົ້າໜ້າທີ່ກ່ຽວຂ້ອງກັບການຖອນທະຫານວ່າ: ເລີ່ມການເຄື່ອນຍ້າຍອຸປະກອນອອກຈາກຊີຣີແລ້ວໃນຫລາຍມື້ຜ່ານມາ, ແຕ່ບໍ່ຂໍບອກວ່າເປັນອຸປະກອນປະເພດໃດ, ລຳລຽງອອກດ້ວຍວິທີໃດ ແລະ ອອກຈາກພື້ນທີ່ໃດຂອງຊີຣີ. CNN ຄາດວ່າອາດຈະເປັນພື້ນທີ່ທາງເໜືອຂອງຊີຣີ. CNN ລາຍງານອີກວ່າ: ເຈົ້າໜ້າທີ່ເຄີຍກ່າວກ່ອນໜ້ານີ້ວ່າ: ກະຊວງປ້ອງກັນປະເທດຕ້ອງການໃຫ້ປະທານາທິບໍດີຮູ້ວ່າກຳລັງເດີນໜ້າຕາມຄຳສັ່ງຖອນທະຫານອາເມລິກາ 2.000 ຄົນກັບປະເທດ້ວຍການເຄື່ອນຍ້າຍອຸປະກອນອອກມາກ່ອນ.
ທ່ານ ຈອນ ໂບລຕັນ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມລິກາ ເປີດເຜີຍລະຫວ່າງເຂົ້າພົບນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ຂອງອິດສະລາແອນ ໃນວັນທີ 6 ມັງກອນວ່າ: ກຳລັງຫາລືເລື່ອງຄຳສັ່ງຖອນທະຫານຂອງປະທານາທິບໍດີ, ແຕ່ການຖອນທະຫານອອກຈາກພື້ນທີ່ຕາເວັນອອກສຽງເໜືອຂອງຊີຣີຈະຕ້ອງເຮັດດ້ວຍຄວາມໝັ້ນໃຈວ່າກຸ່ມ IS ຖືກປາບຈົນໝົດແລ້ວ ແລະ ບໍ່ສາມາດຟື້ນກັບມາເປັນໄພໄດ້ອີກ. ຂະນະທີ່ທ່ານ ໄມ ພອມເພໂອ ລັດຖະມົນຕີຕ່າງປະເທດອາເມລິກາ ເນັ້ນຢູ່ເອຢິບ ໃນວັນທີ 10 ມັງກອນວ່າ: ການຖອນທະຫານອາເມລິກາອອກຈາກຊີຣີຈະເດີນໜ້າຕໍ່ໄປ ແລະ ທ່ານໄດ້ເລັ່ງປະເທດໃນຕາເວັນອອກກາງໃຫ້ມີຈຸດຢືນຕໍ່ຕ້ານອີຣານຮ່ວມກັນ.

