ອີຣານ ຢາກໃຫ້ສະຫະລັດ “ ຈ່າຍເງິນເພີ່ມຂຶ້ນ ”ຖ້າຢາກມີຜົນສຳເລັດການເຈລະຈາ

ຮຽບຮຽງໂດຍ: ລູກເມືອງພວນ

ປະທານາທິບໍດີ ອີຣານ Hassan Rouhani ເວົ້າວ່າ: ສະຫະລັດຕ້ອງຈ່າຍເງິນເພີ່ມຂຶ້ນ ເພື່ອແລກເອົາແຜນການຂໍ້ຕົກລົງອາວຸດນິວເຄຣຍ ປີ 2015.

 “ ຖ້າພວກທ່ານຢາກໄດ້ຫຼາຍກ່ວານີ້ ແລະ ຮຽກຮ້ອງຫຼາຍກ່ວານີ້ ພວກທ່ານຕ້ອງຈ່າຍເງິນຫຼາຍຂຶ້ນ ” – ທ່ານ Rouhani ກ່າວໃນກອງປະຊຸມສະຫະປະຊາຊາດຄັ້ງທີ 74 ທີ່ນິວຢອກ ວັນທີ 25 ກັນຍານີ້, ຕອບໂຕ້ຄຳຖະແຫຼງຂອງ ທຣຳ ຢາກມີຂໍ້ຕົກລົງໃໝ່ວ່າ “ ດີກ່ວາເກົ່າ ” ໃນໂຄງການນິວເຄຣຍ ຂອງອີຣານ.

ປະທານາທິບໍດີ ອີຣານ ປະກາດຈຸດຢືນຂອງຕົນໃນການເຈລະຈາກັບສະຫະລັດວ່າ: “ ພວກເຮົາຈະເວົ້າວ່າ “ ບໍ່ ” ຕໍ່ທຸກການເຈລະຈາທີ່ມີການບັງຄັບ ”, Rouhani ຢືນຢັນ ພ້ອມທັງໃຫ້ຮູ້ວ່າ ບໍ່ໄດ້ມີແນວຄວາມຄິດຢາກພົບປະກັບຄູ່ຕຳແໜ່ງຂອງສະຫະລັດ ນອກກອບກອງປະຊຸມສະຫະປະຊາຊາດເດັດຂາດ.

ຄຳຖະແຫຼງຂອງປະທານາທິບໍດີ ອີຣານ ມີຂຶ້ນພາຍຫຼັງ ທຣຳ ຖະແຫຼງທີ່ກອງປະຊຸມສະຫະປະຊາຊາດໃນວັນທີ 24 ກັນຍານີ້ວ່າ: ອີຣານ ເປັນໄພຂົ່ມຂູ່ ຄວາມໝັ້ນຄົງ ອັນດັບຕົ້ນໆ ຂອງໂລກ, ຮຽກຮ້ອງໃຫ້ທຸກຊາດຢ່າໄດ້ສະໜັບສະໜູນ ແລະ ຍັງຖິ້ມໂທດໃສ່ ອີຣານວ່າເປັນຜູ້ໂຈມຕີໂຮງງານກັ່ນນໍ້າມັນຂອງ ອາຣັບຊາອຸດີ ແລະ ກ່າວວ່າ: ກະຫາຍສົງຄາມ ແລະ ຈະລົງໂທດເຄັ່ງເຂົ້າ ຖ້າ ອີຣານຫາກຍັງຂົ່ມຂູ່.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ