9 ເດືອນຜ່ານມາ ຄຳມ່ວນສົ່ງອອກສິນຄ້າ ບັນລຸ 185 ລ້ານໂດສະຫະລັດ

ຫົວໜ້າພະແນກອຸດ ສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນໄດ້ໃຫ້ຮູ້ ວ່າ: ຜ່ານການປະຕິບັດວຽກ ງານນຳເຂົ້າ-ສົ່ງອອກສິນ ຄ້າໃນ 9 ເດືອນ 2018 ຜ່ານ ມາສາມາດບັນລຸໄດ້ຄື : ຕົວ ເລກການນໍາເຂົ້າມູນຄ່າກວ່າ 88 ລ້ານໂດລາສະຫະລັດສົມທຽບໃສ່ແຜນ ການປະຕິບັດໄດ້ 47,03 % ສິນຄ້າທີ່ນໍາເຂົ້າຫຼາຍກວ່າ ໝູ່ແມ່ນເຄື່ອງວັດສະດຸກໍ່ສ້າງ, ນໍ້າມັນເຊື້ອໄຟ, ສ່ວນ ການສົ່ງອອກບັນລຸໄດ້ 185 ລ້ານກວ່າ ໂດລາສະຫະລັດ ເທົ່າກັບ 71,96 % ຂອງ ແຜນການປີກາຍສົ່ງອອກ ຕົ້ນຕໍແມ່ນອຸດສາຫະກໍາແຮ່ ທາດ, ໄມ້, ຜະລິດຕະພັນໄມ້ , ສິນຄ້າກະສິກໍາ ແລະ ອື່ນໆ .
ສຳລັບການຄຸ້ມຄອງລາຄາສິນຄ້າໂດຍສະເພາະແມ່ນສິນຄ້າທີ່ລັດຄວບຄຸມ 8 ປະເພດ 23 ລາຍການ ທີ່ມີຜົນກະທົບໄວຕໍ່ການ ດໍາລົງຊີວິດຂອງ ປະຊາຊົນ ເປັນຕົ້ນແມ່ນເຂົ້າ, ຊີ້ນ, ປາ ແມ່ນໄດ້ສ້າງໂຄງປະກອບ ຄິດໄລ່ລາຄາກ່ອນການ ຈໍາໜ່າຍ, ເພື່ອໃຫ້ຢູ່ໃນເກນ ລາຄາທີ່ລັດໄດ້ກໍານົດ, ແນ ໃສ່ສະກັດກັ້ນການປັ່ນປ່ວນ ດ້ານລາຄາ.
ສ່ວນການຄຸ້ມຄອງລາ ຄານໍ້າມັນເຊື້ອໄຟແມ່ນປະ ຕິບັດຕາມແຈ້ງການຂອງ ກະຊວງອຸດສາຫະກໍາແລະ ການຄ້າ ຢ່າງເຄັ່ງຄັດ./.

