​ຜູ້ສໍ້ໂກງຊັບຕົວອັນຕະລາຍຖືກດໍາເນີນຄະດີ

   ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍປີ 2019 ຜ່ານມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນໄດ້ກັກ​ຕົວ​ທ້າວ ບຸນ​ຈັນ ອາຍຸ 58 ປີຢູ່​ບ້ານ​ໜອງ​ຄັນ​ຄູ, ​ເມືອງ​ນາ​ຊາຍ​ທອງ ມາດໍາເນີນຄະດີໃນຂໍ້​ຫາ​ສໍ້​ໂກງ​ຊັບ​ພົນລະ​ເມືອງ, ຫລັງຈາກຜູ້ກ່ຽວໄດ້ໄປຕົວະເອົາເງິນພີ່ນ້ອງນັກໂທດຄະດີຢາເສບຕິດລາຍໜຶ່ງ ໂດຍການ​ແອບ​ອ້າງວ່າສາມາດ​ວິ້ງເຕັ້ນເອົາ​ນັກໂທດຄົນດັ່ງກ່າວ​ອອກຄຸກໄດ້.

ທ້າວ ບຸນຈັນ

   ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ບຸນຈັນ ໄດ້ຮັບສາລະພາບວ່າ: ​ໃນທ້າຍປີ 2019 ຜ່ານມາ, ຕົນໄດ້ໄປຕົວະເອົາເງິນນໍາຍິງຄົນໜຶ່ງຢູ່ບ້ານດຽວກັນທີ່ມີພີ່ນ້ອງຖືກຕ້ອງໂທດຢູ່ຄ້າຍຄຸມຂັງໃນຄະດີຢາເສບຕິດ ວ່າສາມາດແລ່ນເອົາອອກມາໄດ້, ໂດຍໄດ້ເງິນນໍາຍິງດັ່ງກ່າວຫລາຍຄັ້ງ ລວມເປັນເງິນຫລາຍກວ່າ 19 ລ້ານກີບ, ແຕ່ໃນທີ່ສຸດກໍບໍ່ສາມາດຊ່ວຍເຫລືອໄດ້ ແລະ ຈຶ່ງຖືກຍິງຄົນດັ່ງກ່າວແຈ້ງໃຫ້ເຈົ້າໜ້າກັກຕົວໃນຂໍ້ຫາສໍ້ໂກງຊັບ.

ສາລະພາບຕໍ່ເຈົ້າໜ້າທີ່

   ຕໍ່ຄະດີນີ້, ເຈົ້າໜ້າທີ່ ຈຶ່ງຮຽກຮ້ອງມາຍັງສັງຄົມຈົ່ງມີສະຕິລະວັງຕົວສູງຂຶ້ນ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທີ່ຈະມາຕົວະຍົວະຫລອກຫລວງເອົາຊັບສີນເງິນຄໍາ ດ້ວຍການແອບອ້າງວ່າສາມາດວິ້ງເຕັ້ນແລ່ນເອົາຄົນເຂົ້າເປັນຕໍາຫລວດ, ທະຫານ ຫລື ພະນັກງານ-ລັດຖະກອນຕ່າງໆ ແລະ ຖ້າພົບເຫັນບຸກຄົນ ຫລື ກຸ່ມຄົນທີ່ມີພຶດຕິກໍາບໍ່ດີຕ່າງໆ ແມ່ນໃຫ້ແຈ້ງຕໍ່ອໍານາດການປົກຄອງ ຫລື ເຈົ້າໜ້າທີ່ທັນທີ ເພື່ອລົງກວດກາແກ້ໄຂໄດ້ທັນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ