ວາງສະແດງຮູບພາບມູນເຊື້ອກອງ ທັບປະຊາຊົນລາວ ຄົບຮອບ70 ປີ

ງານວາງສະແດງຮູບພາບ ແລະ ວັດຖຸຜົນງານມູນເຊື້ອປະຕິວັດຂອງກອງທັບປະຊາຊົນລາວ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີໄດ້ເປີດງານຂຶ້ນໃນວັນທີ 13ທັນວານີ້ ທີ່ຫໍພິພິທະພັນກອງທັບ ໃນນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມແລະ ຕັດແຖບຜ້າໄຂງານວາງສະແດງດັ່ງກ່າວຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນຳພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
ໃນໂອກາດດັ່ງກ່າວ, ທ່ານ ພົຈວ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະຮັບຜິດຊອບຈັດງານວາງສະແດງຮູບພາບຄັ້ງນີ້ ໃຫ້ຮູ້ວ່າ: ເພື່ອເປັນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949 -20/1/2019) ຊຶ່ງຈຳນວນຮູບພາບ ແລະ ວັດຖຸຕ່າງໆທີ່ເກັບກຳ, ທ້ອນໂຮມມາວາງສະແດງໃນຄັ້ງນີ້ ລວມມີ 333 ຮູບ, ປະເພດວັດຖຸມີ 54 ຊະນິດ 139 ປະເພດ, ຈຳນວນຮູບພາບທີ່ນຳມາສະແດງໄດ້ແບ່ງເປັນ 3 ໄລຍະການຕໍ່ສູ້ ລວມມີ 5 ພາກ ໂດຍຈະເປີດໃຫ້ມວນຊົນເຂົ້າຊົມນັບແຕ່ວັນທີ 13 ທັນວາ 2018 ເປັນຕົ້ນໄປ.

