ກອງປະຊຸມສຸດຍອດໂອລິມປິກ ອອກຖະແຫລງການຄັດຄ້ານການກະທຳທີ່ຫັນກິລາໂອລິມປິກ ແລະ ກິລາ ເປັນບັນຫາການເມືອງ

ແຫລ່ງຂ່າວຈາກ cri ລາຍງານວ່າ: ກອງປະຊຸມສຸດຍອດໂອລິມປິກຄັ້ງທີ 10 ທີ່ອັດລົງໃນວັນທີ 11 ທັນວານີ້ ໄດ້ອອກຖະແຫລງການ ແລະ ເຜີຍແຜ່ຢູ່ເວັບໄຊຂອງຄະນະກຳມະການໂອລິມປິກສາກົນໃນມື້ດຽວກັນໂດຍລະບຸວ່າ: ກອງປະຊຸດສຸດຍອດ ເດັດດ່ຽວຄັດຄ້ານການກະທຳທຸກຮູບແບບທີ່ຫັນໂອລິມປິກ ແລະ ກິລາ ເປັນບັນຫາການເມືອງ ທັງເນັ້ນວ່າ: ຄະນະກຳມະການໂອລິມປິກສາກົນ, ກິລາໂອລິມປິກຕ້ອງຮັກສາຄວາມເປັນກາງດ້ານການເມືອງ.

ຖະແຫລງການດັ່ງກ່າວ ຊີ້ໃຫ້ເຫັນວ່າ: ຜູ້ເຂົ້າຮ່ວມປະຊຸມໄດ້ຮັບຮູ້ການກະກຽມກິລາໂອລິມປິກລະດູໜາວ ປັກກິ່ງ 2022 ໄລຍະສຸດທ້າຍ ເຊິ່ງລວມທັງການຈັດການແຂ່ງຂັນທົດລອງຕ່າງໆທີ່ປະສົບຜົນສຳເລັດຢ່າງຈົບງາມ. ກິລາໂອລິມປິກລະດູໜາວປັກກິ່ງຈະແມ່ນຈຸດເລີ່ມຕົ້ນຂອງຍຸກສະໄໝສຳລັບກິລາລະດູໜາວຂອງໂລກ. ສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76 ໄດ້ເປັນເອກະພາບຮັບຮອງເອົາມະຕິຢຸດຍິງໃນລະຫວ່າງຈັດການແຂ່ງຂັນກິລາໂອລິມປິກທີ່ສປ ຈີນ ຮ່າງຂຶ້ນ ແລະ ຄະນະກຳມການໂອລິມປິກສາກົນ, ສະມາຊິກ 173 ປະເທດໄດ້ຮ່ວມກັນສະເໜີມະຕິດັ່ງກ່າວ.

ຜູ້ເຂົ້າຮ່ວມປະຊຸມໄດ້ສະແດງຄວາມຍິນດີຕ້ອນ ຮັບປະເທດສະມາຊິກອົງການສະຫະປະຊາຊາດທີ່ໄດ້ອອກແຮງສະໜັບສະໜູນກິລາໂອລິມປິກ.