ເວນເກີ ເຊຍ ຊີດານ ຄຸມທີມພຣີເມຍລີກ

ອາແຊນ ເວນເກີ ອະດີດຜູ້ຈັດການທີມ ອາເຊນອລ ເຊຍໃຫ້ ຊີເນດິນ ຊີດານ ໄປຄຸມທີມໃນ ພຣີເມຍລີກ, ແຕ່ກ່າວວ່າ ຕອນນີ້ ຊີດານ ອາດເລືອກຍາກວ່າຈະເຮັດວຽກກັບທີມໃດດີ.
ອາແຊນ ເວນເກີ ຕຳນານຜູ້ຈັດການທີມ ອາເຊນອລ ຍອດສະໂມສອນແຫ່ງວົງການ ພຣີເມຍລີກ ອັງກິດ ເປີດເຜີຍວ່າ: ຕົນຢາກໃຫ້ ຊີເນດິນ ຊີດານ ອະດີດຜູ້ຈັດການທີມ ຣີລ ມາດຣິດ ໄດ້ໄປຄຸມທີມໃນລີກສູງສຸດອັງກິດ.
ຊີດານ ເຄີຍປະສົບຜົນສຳເລັດໃນການຄຸມທີມ ຣີລ ມາດຣິດ ຫລັງຈາກພາທີມໄດ້ແຊ້ມຫລາຍລາຍການເຊັ່ນ: ແຊ້ມລີກ 1 ສະໄໝ ແລະ ແຊ້ມ ຢູຟາ ແຊມປ້ຽນລີກ 3 ຄັ້ງ ກ່ອນຈະຕັດສິນໃຈອຳລາທີມຕອນຈົບລະດູການ 2017-18 ເຊິ່ງຜ່ານມາລາວຕົກເປັນຂ່າວກັບຕຳແໜ່ງຜູ້ຈັດການທີມຂອງຫລາຍທີມເຊັ່ນ: ແມນເຊັສເຕີ ຢູໄນເຕັດ ແຕ່ສຸດທ້າຍລາວຍັງບໍ່ໄດ້ໄປຮັບວຽກກັບທີມໃດເລີຍ.
ເຖິງຢ່າງໃດກໍຕາມ, ເວນເກີ ເປີດເຜີຍວ່າ: ຕອນນີ້ ຊີດານ ອາດເລືອກຍາກວ່າຈະຮັບວຽກກັບທີມໃດດີ ຫລັງຈາກເຄີຍສ້າງຜົນງານໄດ້ດີຫລາຍກັບ ຣີລ ມາດຣິດ.

