ຣິນ ມາດຣິດ ວາງແຜນໄລ່ລາ ເນມາ ມາຮ່ວມທີມ

ຣິນ ມາດຣິດ ຕົກເປັນ ຂ່າວໄດ້ວາງແຜນຊື້ໂຕ ເນມາ ກອງໜ້າທີມຊາດບຣາຊິລ ຂອງທີມ ປາຣິສ ແຊັງແຊັກ ແມັງ ມາເສີມທີມໃນອະນາ ຄົດ.
ໃນວັນທີ 1-2 ພະຈິກ ຜ່ານມາມີຂ່າວວ່າ ເນມາ ທີ່ ຍ້າຍຈາກ ບາເຊໂລນາ ມາ ຮ່ວມ ປາຣິສ ແຊັກແຊັງແມັງ ດ້ວຍຄ່າໂຕສະຖິຕິໂລກ 222 ລ້ານເອີໂຣ ແລະ ອູໄນ ເອເມຣີ ຜູ້ຈັດການທີມຄົນ ສະເປນ ຂອງຍອດທີມແຫ່ງຖິ່ນ ປາກ ແພຣງ ມີບັນຫາບໍ່ເຂົ້າໃຈກັນ ຢ່າງໜັກ ເຊິ່ງສື່ສະບັບໜຶ່ງ ຂອງ ຝຣັ່ງ ເປີດ ເຜີຍວ່າ ຄວາມສຳພັນຂອງທັງຄູ່ບໍ່ເຂົ້າໃຈກັນ ແລະ ບໍ່ມີທີທ່າວ່າຈະ ກັບມາດີກັນຄືຕອນທຳອິດ.
ຫຼ້າສຸດ Diario Gol ສື່ຊື່ ດັງແຫ່ງ ສະເປນ ລາຍງານ ຂ່າວວ່າ: ຟລໍເຣນຕິໂນ ມາ ຮ່ວມທີມໃນອະນາຄົດ ເຊິ່ງນັກ ເຕະອາຍຸ 25 ປີ ກໍພ້ອມທີ່ຈະ ຍ້າຍທີມອອກໄປເຊັ່ນດຽວກັນຫາກບໍ່ສາມາດໄດ້ ບັນລົງດໍ ແລະ ໄດ້ແຊ໊ມ ຢູຟາ ແຊ໊ມປຽນ ລີກ ໃນທີມນີ້ໄດ້.