ສະພາຮັບຮອງເອົາກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 7 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສາພາແຫ່ງຊາດ ແລະ ພາຍຫຼັງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ສະເໜີກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຕໍ່ກອງປະຊຸມວ່າ: ໂຄງສ້າງຂອງກົດໝາຍສະບັບປັບປຸງ ປະກອບມີ 11 ພາກ, 14 ໝວດ ແລະ 106ມາດຕາ. ກົດໝາຍສະບັບປັດຈຸບັນມີ 7 ພາກ, 6 ໝວດ ແລະ 89 ມາດຕາ, ໃນນັ້ນ, ປັບປຸງຮຽບຮຽງເນື້ອໃນເກົ່າຄືນໃໝ່ 62 ມາດຕາ, ປັບປຸງການຂຽນ 21 ມາດຕາ, ສ້າງຂຶ້ນໃໝ່ 41 ມາດຕາ ແລະ ຮັກສາໄວ້ 2 ມາດຕາ ແລະ ຕັດອອກ 15 ມາດຕາ. ກົດໝາຍສະບັບປັດຈຸບັນໄດ້ຖືກປະກາດໃຊ້ໃນເດືອນ ມັງກອນ 2007 ເປັນຕົ້ນມາ.
ສ່ວນສາເຫດ ແລະ
ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍທະນາຄານທຸລະກິດຄັ້ງນີ້, (1) ຍ້ອນການສ້າງກົດໝາຍທະນາຄານທຸລະກິດໃນໄລຍະຜ່ານມາ ມີກົນໄກໃບອະນຸຍາດສ້າງຕັ້ງຊົ່ວຄາວ ແລະ ຖາວອນ
ຍັງບໍ່ທັນສອດຄ່ອງກັບກົດໝາຍການສົ່ງເສີມການລົງທຶນໃນປັດຈຸບັນ
ຊຶ່ງຕ້ອງໄດ້ຜ່ານກົນໄກການຄຸ້ມຄອງລົງທຶນແບບປະຕູດຽວໃນປັດຈຸບັນ, ຮູບການລົງທຶນ ແລະ ຮູບແບບບໍລິສັດຍັງບໍ່ທັນກໍານົດຢ່າງຈະແຈ້ງ.
(2) ການເຂັ້ມຂຸ້ນຂອງທະນາຄານທຸລະກິດຍັງບໍ່ທັນໜັກແໜ້ນ, ຄວາມເປັນເຈົ້າຕົນເອງ ແລະ
ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງການແຕ່ງຕັ້ງຂອງທະນາຄານທຸລະກິດຍັງບໍ່ທັນສູງ
ຊຶ່ງສະແດງອອກໃນການດໍາເນີນສິດ ແລະ ໜ້າທີ່ຂອງສະພາບໍລິຫານ, ຜູ້ອໍານວຍການ ແລະ ຜູ້ບໍລິຫານອື່ນໆຍັງບໍ່ທັນສອດຄ່ອງ, ຍັງບໍ່ໄດ້ກໍານົດສິດ ແລະ ພັນທະຂອງຕົນເອງ
ກໍຄືການປະຕິບັດໜ້າທີ່ຂອງຕົນເອງຢ່າງເປັນເຈົ້າການ, ຊຶ່ງໄດ້ສ້າງບັນຫາສິນເຊື່ອບໍ່ເກີດດອກອອກຜົນສູງຕາມມາ.
(3) ກົດໝາຍສະບັບປັດຈຸບັນກໍານົດຂອບເຂດການເຄື່ອນໄຫວການເງິນກວ້າງເກີນໄປ
ໂດຍບໍ່ທັນໄດ້ກໍານົດເງື່ອນໄຂສໍາລັບການດໍາເນີນທຸລະກິດໃນແຕ່ລະໄລຍະຢ່າງຊັດເຈນ
ເມື່ອມີບັນຫາຂຶ້ນ ບັນຫາການເງິນອື່ນໆຈຶ່ງຮຽກຮ້ອງໃຫ້ທະນາຄານທຸລະກິດຕ້ອງສ້າງນິຕິບຸກຄົນຕ່າງຫາກ
ເປັນຕົ້ນ ທຸລະກິດປະກັນໄພ, ທຸລະກິດໃຫ້ເຊົ່າ, ທຸລະກິດຄໍ້າປະກັນ ແລະ ທຸລະກິດການຂາຍຫຼັກຊັບ.
(4) ການແກ້ໄຂສະພາບວິກິດພາຍໃນພະນັກງານທຸລະກິດຍັງບໍ່ທັນມີບົດບັດຍັດທີ່ຊັດເຈນ, ຍັງບໍ່ທັນມີບົດບັນຍັດສະບັບໃດທີ່ກໍານົດໃຫ້ທະນາຄານແຫ່ງ ສປປ
ລາວ ສາມາດປະຕິບັດມາດຕະການແຕ່ຫົວທີຕໍ່ກັບທະນາຄານທຸລະກິດ ທີ່ເຫັນວ່າມີບັນຫາ
ເພື່ອປ້ອງກັນ ແລະ ຮຽກຮ້ອງຄວາມພ້ອມໃນການແກ້ໄຂບັນຫາຄວາມອ່ອນແອ ແລະ
ພາວະວິກິດຂອງທະນາຄານທຸລະກິດດັ່ງກ່າວ, ພ້ອມນີ້ໃນພາກປະຕິບັດໃນໄລຍະຜ່ານມາ
ເຖິງແມ່ນວ່າຍັງບໍ່ທັນມີທະນາຄານທຸລະກິດໃດລົ້ມລະລາຍເທື່ອ ແຕ່ຜ່ານການຕິດຕາມກວດກາ
ເຫັນວ່າ:
ບາງທະນາຄານທຸລະກິດມີຄວາມສ່ຽງ
ຂອດການແກ້ໄຂເຖິງວ່າມີກົດໝາຍສະເພາະແລ້ວແຕ່ບໍ່ທັນຄ່ອງຕົວ ພາໃຫ້ການແກ້ໄຂຊັກຊ້າແກ່ຍາວ, ສ້າງຜົນກະທົບທາງການເງິນໃຫ້ແກ່ຜູ້ຝາກເງິນ.
(5) ການຄຸ້ມຄອງຄະມະນາຄົມຂອງທະນາຄານທຸລະກິດຕາມລະບຽບການ
ໂດຍລວມແລ້ວຍັງມີປະສິດທິຜົນພໍສົມຄວນ ແຕ່ຍັງບໍ່ທັນແທດເໝາະສະພາບການໃໝ່ ບໍ່ສາມາດເປັນເຄື່ອງມືຊຸກຍູ້ໃຫ້ແກ່ທະນາຄານທຸລະກິດເຄື່ອນໄຫວຕາມສະພາບການ
ແລະ ສະພາບແວດລ້ອມຕົວຈິງ ຊຶ່ງເຮັດໃຫ້ການບໍລິການ ແລະ ການປ້ອງກັນຄວາມສ່ຽງຍັງບໍ່ທັນຕາມ, ສະນັ້ນ, ໃນສະພາບປັດຈຸບັນຈຶ່ງມີຄວາມຈໍາເປັນຕ້ອງຫັນການຄຸ້ມຄອງພະນັກງານທຸລະກິດການບໍລິການໄປສູ່ການຄຸ້ມຄອງຕາມຄວາມສ່ຽງ.
(6) ນອກຈາກເງື່ອນໄຂ ທີ່ເປັນຄວາມຈໍາເປັນພາຍໃນແລ້ວ
ຍັງມີປັດໄຈພາຍນອກ ທີ່ທະນາຄານທຸລະກິດ ຕ້ອງໄດ້ມີການປັບຕົວ ແລະ
ສ້າງເງື່ອນໄຂໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ
ໂດຍສະເພາະແມ່ນການປັບຕົວໃຫ້ເປັນທະນາຄານມາດຕະຖານອາຊຽນ.

ໃນກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ກົດໝາຍສະບັບດັ່ງກ່າວ ເພື່ອເຮັດໃຫ້ກົດໝາຍມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸ່ມກວ່າເກົ່າ ແລະ ໄດ້ເຫັນດີຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

