ບໍລິສັດ ສະຕາໂທລະຄົມ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ


ໃນວັນທີ 20 ມັງກອນ ນີ້, ບໍລິສັດ ສະຕາໂທລະຄົມ (ຢູນີເທວ)
ໄດ້ຈັດປາຖະກະຖາເລົ່າຄືນມູນເຊື້ອກອງທັບປະຊາຊົນລາວ ໃນໂອກາດ ຄົບຮອບ 71 ປີ
(20/1/1949-20/1/2020), ທ່ານ ພົນຈັດຕະວາ
ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດ ໄດ້ຍົກໃຫ້ເຫັນວ່າ: ພັກເຮົາ
ເວລາໃດກໍຖືເອົາໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ຕົ້ນຕໍ ແລະ ສຳຄັນອັນດັບໜຶ່ງ
ແລະ ຜ່ານມາກອງທັບປະຊາຊົນລາວກໍໄດ້ເຮັດໜ້າທີ່ປ້ອງກັນ ແລະ ປົກປັກຮັກສາພື້ນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ,
ສາມາດທັບມ້າງກົນອຸບາຍຫັນປ່ຽນຂອງບັນດາອິດທິກຳລັງປໍລະປັກທີ່ຫວັງທຳລາຍ
ລະບອບໃໝ່ຂອງພັກເຮົາ, ຜ່ານຂະບວນການ ແລະ ຜົນງານອັນດີເດັ່ນດັ່ງກ່າວ ກອງທັບປະຊາຊົນລາວ
ຈຶ່ງມີກົມກອງ ແລະ ບຸກຄົນ ກາຍເປັນນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ ແລະ ນອກນີ້, ຍັງມີບ້ານ, ເມືອງ,
ແຂວງວີລະຊົນ, ເດັດດ່ຽວ
ໜຽວແໜ້ນຜ່ານຜ່າອຸປະສັກສຳເຮັດເລັດທຸກໜ້າທີ່ຕີຊະນະສັດຕູທຸກໂຕ, ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດເປັນເຄື່ອງມືອັນແຫຼມຄົມຂອງພັກ.

ໃນໂອການນີ້, ທ່ານໄດ້ເນັ້ນໃຫ້ສືບຕໍ່ ແລະ ເອົາໃຈໃສ່ສຶກສາອົບຮົມ ພະນັກງານຈົ່ງຮັກສາມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ຂອງປະຊາຊົນຂອງກອງທັບ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ ເປັນກຳລັງທີ່ຈົ່ງຮັກພັກດີ ແລະ ເຄື່ອນໄຫວຢູ່ພາຍໃຕ້ການນຳພາຂອງພັກດັດຂາດໂດຍກົງ ແລະ ຮອບດ້ານ, ເຂົ້າຮ່ວມວຽກງານພັດທະນາຊົນນະບົດໃຫ້ເປັນຂະບວນກວ້າງຂວາງ ແລະ ແຂງແຮງກວ່າເກົ່າ, ເອົາໃຈໃສ່ພັດທະນາເສດຖະກິດ-ສັງຄົມ ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນໃຫ້ໝົດໄປ.


