ເກີດ​ເຫດ​ຄົນ​ຮ້າຍ​ລັກພຣະພຸດທະ​ຮູບ​ຫລາຍ​ອົງ​ຢູ່ວັດ​ໂພນ​ໄຊ​ແຂວງຫລວງ​ພະ​ບາງ

ເຈົ້າໜ້າທີ່ ​ປກສ ​​ແຂວງຫລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມານີ້, ​ເກີດ​ເຫດ​ມີຄົນ​ຮ້າ​ຍງັດ​ປະຕູ​ສິມ​ວັດ​ໂພນ​ໄຊ​ແຂວງຫລວງ​ພະ​ບາງ​ແລ້ວໄປລັກເອົາພຣະພຸດທະຮູບເກົ່າແກ່ 4 ອົງຄື: ອົງທີ 1 ເປັນພຣະພຸດທະຮູບທອງດໍາ ຂະໜາດໜ້າຕັກປະມານ 50 ຊັງຕີແມັດ, ປະດິດສະຖານຢູ່ທີ່ໜ້າພຣະເຈົ້າໃຫຍ່, ອົງທີ 2 ເປັນພຣະພຸດທະຮູບນັ່ງສະມາທິປະດິດສະຖານຢູ່ແທ່ນຕໍ່າຂ້າງພຣະເຈົ້າໃຫຍ່ ​ແລະ ພຣະພຸດທະ​ຮູບ​ອົງ​ອື່ນໆ, ​ໂດຍ​ພຣະຈຳນວນ​ດັ່ງກ່າວ​ແມ່ນ​ທາງ​ແຂວງ​ໄດ້​ຂຶ້ນທະບຽນ​​ໄວ້​ແລ້ວ, ທັງ​ຍັງ​ເປັນ​ພຣະພຸດທະ​ຮູບ​ເກົ່າ​ແກ່​, ຊຶ່ງປັດຈຸບັນ​ເຈົ້າໜ້າທີ່​ກຳລັງ​ຕິດຕາມ​ຄົນ​ຮ້າ​ຍມາ​ດຳ​ເນີນ​ຄະດີ​ໃຫ້​ໄດ້​ໂດຍ​ໄວ.