ປີນີ້ເສດຖະກິດລາວຂະຫຍາຍຕົວຊ້າລົງ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ລາຍງານສະພາບການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາ ປີ 2018 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ພວມດຳເນີນໃນປັດຈຸບັນນີ້ວ່າ: ເສດຖະກິດມະຫາພາກຍັງມີຄວາມໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ແຕ່ໃນຈັງຫວະທີ່ຊ້າລົງ ເນື່ອງຈາກປັດໄຈພາຍໃນ ແລະ ພາຍນອກ ໂດຍສະເພາະຜົນກະທົບຈາກຕົ້ນທຶນການຜະລິດ, ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາສະກຸນຫລັກ, ການເຂັ້ມງວດຂອງລະບົບສິນເຊື່ອທະນາຄານ, ໄພທຳມະຊາດ ແລະ ອື່ນໆ ເຊິ່ງຄາດຄະເນໝົດປີ 2018 ລວມຍອດຜະລິດຕະພັນພາຍໃນ (GDP) ຈະບັນລຸພຽງ 6,5% (ສະພາແຫ່ງຊາດຮັບຮອງ 7%) ຫລື ເທົ່າກັບ 152.425 ຕື້ກີບ ໃນນີ້ຂະແໜງກະສິກຳຂະຫຍາຍຕົວ 2,5% (ແຜນການ 2,8%), ອຸດສາຫະກຳຂະຫຍາຍຕົວ 7,7% (ແຜນການ 9,1%) ແລະ ບໍລິການຂະຫຍາຍຕົວ 7,6% (ແຜນການ 6,4%). ສຳລັບການຈັດຕັ້ງປະຕິບັດແຜນງົບປະມານລັດໃນໄລຍະ 9 ເດືອນມານີ້ ເຫັນວ່າມີທ່ວງທ່າດີສົມຄວນເມື່ອທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ເຊິ່ງສາມາດປະຕິບັດໄດ້ 67,04% ຂອງແຜນການປີ (ເພີ່ມຂຶ້ນ 15,5%), ໃນນັ້ນ ລາຍຮັບພາຍໃນປະຕິບັດໄດ້ 69,69%, ແຕ່ລາຍຮັບຈາກການຊ່ວຍເຫລືອລ້າມີທ່າອ່ຽງຫລຸດລົງ. ສ່ວນລາຍຈ່າຍປະຕິບັດໄດ້ 68,16% (ເພີ່ມຂຶ້ນ 14,8%) ສ່ວນໃຫຍ່ແມ່ນລາຍຈ່າຍເງິນເດືອນ, ເງິນນະໂຍບາຍຕ່າງໆ, ຊຳລະໜີ້ອື່ນໆ. ນອກນັ້ນ ຍັງໄດ້ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຫລາຍຮູບການເຊັ່ນ: ຊຳລະໜີ້ດ້ວຍແຫລ່ງທຶນປົກກະຕິ, ອວ່າຍໜີ້ 3 ແຈ ແລະ ຊຳລະຄືນຕົ້ນທຶນພັນທະບັດລົງທຶນ. ສຳລັບອັດຕາເງິນເຟີ້ເພີ່ມຂຶ້ນເລັກໜ້ອຍ ແຕ່ຢູ່ໃນເກນທີ່ກຳນົດໄວ້, ສ່ວນອັດຕາແລກປ່ຽນກໍອ່ອນຄ່າລົງເລັກໜ້ອຍ ເມື່ອທຽບໃສ່ເງິນຕາສະກຸນຫລັກເຊັ່ນ: ບາດໄທ ແລະ ໂດລາສະຫະລັດ.
ແນວໃດກໍຕາມ, ຄາດຄະເນການເກັບລາຍຮັບໝົດປີຈະບັນລຸໄດ້ 25.496 ກວ່າຕື້ກີບ ແລະ ລາຍຈ່າຍຈະຢູ່ໃນລະດັບ 32.692 ຕື້ກວ່າກີບ, ຂາດດຸນປະມານ 7.357 ຕື້ກວ່າກີບ ເຊິ່ງລັດຖະບານຈະເລັ່ງລະດົມແຫລ່ງທຶນຈາກຕ່າງປະເທດ ແລະ ສະຖາບັນການເງິນຕ່າງໆ ເພື່ອໃຫ້ພຽງພໍກັບລາຍຈ່າຍດັ່ງກ່າວ.

