ປາກຽວ ເຜີຍຊົກ ຟລອຍ ເລື່ອງໄຟຕ໌ລ້າງຕາ ອາດເຈລະຈາເປັນທາງການຕົ້ນປີໜ້າ

ແມນນີ່ ປາກຽວ ອະດີດແຊ້ມມວຍໂລກ 8 ຮຸ່ນຄົນທຳອິດ ແລະ ຄົນດຽວຂອງໂລກຊາວຟີລິບປິນ ໃຫ້ສຳພາດສື່ຢູ່ນິວຢອກ ໃນວັນທີ 19 ພະຈິກວ່າ: ເມື່ອມໍ່ໆນີ້ ລະຫວ່າງເດີນທາງໄປຍີ່ປຸ່ນຫາກໍມີໂອກາດໄດ້ເຈລະຈາກັບ ຟລອຍ ເມເວດເທີ ນັກຊົກເຈົ້າຂອງສະຖິຕິບໍ່ເຄີຍເສຍຊາວອາເມລິກາ ເຖິງໂອກາດໃຫ້ການລ້າງຕາໄຟຕ໌ຢຸດໂລກລະຫວ່າງທັງສອງໃນປີ 2015 ໂດຍ ຟລອຍ ທີ່ລາອອກຈາກອາຊີບມວຍໄປແລ້ວບອກວ່າ ຢາກກັບມາຊົກກັບຕົນອີກ.
ປາກຽວ ກ່າວຕໍ່ວ່າ: ໃນສ່ວນຂອງຕົນເອງນັ້ນ ຮູ້ຈັກແຕ່ເລື່ອງການຊົກມວຍມາທັງຊີວິດ ແລະ ສ້າງຄວາມບັນເທີງໃຫ້ຄົນອື່ນ ຖືເປັນວຽກຂອງຕົນ, ສ່ວນ ຟລອຍ ພ້ອມຈະກັບມາຊົກມວຍອີກ ໂດຍຕົນມີນັດຂຶ້ນຊົກກັບ ເອເດຣຽນ ໂບຣເນີ ໃນວັນທີ 19 ມັງກອນ 2019 ຫລັງຈາກໄຟຕ໌ນັ້ນ ອາດຈະມາຫາລືກັນອີກກັບ ຟລອຍ ວ່າຈະເອົາແນວໃດກັບໄຟຕ໌ລ້າງຕາ.
ທັງນີ້, ໃນເດືອນພຶດສະພາ 2015 ຟລອຍ ເປັນຝ່າຍຊະນະຄະແນນເອກະສັນ ປາກຽວ ທ່າມກາງສຽງວິພາກວິຈານວ່າ ເປັນການຊົກທີ່ມາດຖານບໍ່ສູງສົມກັບທີ່ແຟນໆລໍຄອຍ ເຖິງວ່າທັງ 2 ຝັ່ງຈະພະຍາຍາມອອກຂ່າວເລື້ອຍໆວ່າ ອາດມີການກັບຄືນຊົກອີກ ກໍບໍ່ໄດ້ຮັບຄວາມສົນໃຈຈາກແຟນມວຍເທົ່າທີ່ຄວນ.

