ອິນໂດເນເຊຍຍື່ນຂໍເປັນເຈົ້າພາບໂອແລມປິກ 2032 ແລ້ວ

ອິນໂດເນເຊຍຍື່ນຂໍເປັນເຈົ້າພາບຈັດການແຂ່ງຂັນໂອແລມປິກ 2032 ແລ້ວ ຫລັງຈາກໄດ້ຮັບຄຳຊົມຫລວງຫລາຍໃນການເປັນເຈົ້າກາບເອຊຽນເກມປີກ່ອນ.
ກະຊວງຕ່າງປະເທດອິນໂດເນເຊຍ ຖະແຫລງຢືນຢັນໃນວັນທີ 19 ກຸມພາວ່າ: ທ່ານ ມູໄລມານ ຮາດັດ ເອກອັກຄະລັດຖະທູດອິນໂດເນເຊຍປະຈຳສະວິດເຊີແລນ ໄດ້ຍື່ນຈົດໝາຍສະເໜີຕົວຢ່າງເປັນທາງການຂອງປະທານາທິບໍດີ ໂຈໂກ ວິໂດໂດ ຕໍ່ຄະນະກຳມະການໂອແລມປິກສາກົນ ຫລື IOC ທີ່ເມືອງໂລຊານ ໃນອາທິດກ່ອນ. ຄຳຖະແຫລງຂອງທ່ານ ຮາດັດ ທີ່ມີການເປີດເຜີຍລະບຸວ່າ: ເຖິງເວລາທີ່ຈະອວດປະສິດທິພາບຂອງອິນໂດເນເຊຍໃນຖານະປະເທດໃຫຍ່ແລ້ວ.
ປະທານາທິບໍດີ ວິໂດໂດ ສະແດງອອກຕໍ່ສາທາລະນະເມື່ອຄັ້ງເປັນເຈົ້າພາບເອຊຽນເກມ 2018 ເຊິ່ງເປັນມະຫາກຳກິລາໃຫຍ່ອັນດັບສອງຂອງໂລກວ່າ: ອິນໂດເນເຊຍປາຖະໜາຈະເປັນເຈົ້າພາບໂອແລມປິກ ເຊິ່ງເປັນມະຫາກຳກິລາໃຫຍ່ທີ່ສຸດໃນໂລກ. ນອກຈາກນີ້ ຍັງມີອິນເດຍ, ສປປ ເກົາຫລີ ຮ່ວມກັນ ສ.ເກົາຫລີ ສະແດງຄວາມສົນໃຈຈະເປັນເຈົ້າພາບໂອແລມປິກ 2032 ນຳ. IOC ຈະປະກາດຊື່ເຈົ້າພາບພາຍໃນປີ 2025 ຖ້າອິນໂດເນເຊຍໄດ້ຮັບເລືອກກໍຈະເປັນປະເທດທີ 4 ໃນອາຊີທີ່ໄດ້ຮັບກຽດນີ້ຕາມຫລັງຍີ່ປຸ່ນ, ສ.ເກົາຫລີ ແລະ ຈີນ.
ໂອແລມປິກຄັ້ງຕໍ່ໄປຄື ໂອແລມປິກ 2020 ຈະຈັດຂຶ້ນຢູ່ນະຄອນຫລວງໂຕກຽວຂອງຍີ່ປຸ່ນ, ໂອແລມປິກ 2024 ຈະຈັດຂຶ້ນຢູ່ນະຄອນຫລວງປາຣີຂອງຝຣັ່ງ ແລະ ໂອແລມປິກ 2028 ຈະຈັດຂຶ້ນຢູ່ນະຄອນຫລວງລອສແອນເຈລິສຂອງອາເມລິກາ.

