ອີຣານຢືນຢັນຍັງສາມາດຂາຍນ້ຳມັນ ໄດ້ເທົ່າທີ່ຕ້ອງການເຖິງວ່າຖືກກົດດັນ

ທ່ານ ເອຊັກ ຈາຮັນກິຣີ ຮອງປະທານາທິບໍດີອີຣານ ກ່າວວ່າ: ອີຣານຍັງສາມາດຈຳໜ່າຍນ້ຳມັນໄດ້ເທົ່າທີ່ຕ້ອງການ ທັງທີ່ຖືກກົດດັນຈາກອາເມລິກາ.
ສຳນັກຂ່າວທາສນິມລາຍງານອ້າງຄຳກ່າວຂອງທ່ານ ຈາຮັນກິຣີ ວ່າ: ເຖິງວ່າອາເມລິກາປະກາດວ່າຈະເຮັດໃຫ້ອີຣານບໍ່ສາມາດສົ່ງອອກນ້ຳມັນໄດ້, ແຕ່ທ່ານຢືນຢັນວ່າ: ອີຣານຍັງສາມາດຈຳໜ່າຍນ້ຳມັນໄດ້ເທົ່າທີ່ຕ້ອງການ. ທ່ານ ຈາຮັນກິຣີ ກ່າວວ່າ: ທ່ານໄດ້ຫາລືກັບບັນດາຜູ້ບໍລິຫານບໍລິສັດນ້ຳມັນຈຳນວນໜຶ່ງກ່ຽວກັບມາດຕະການຂວ້ຳບາດຂອງອາເມລິກາ ແລະ ບາງແຫ່ງໄດ້ກຽມແຜນຈະຮັບມືຕໍ່ມາດຕະການດັ່ງກ່າວແລ້ວ. ນອກຈາກນີ້ ທ່ານຍັງຮຽກຮ້ອງໃຫ້ທາງການເປີດເຜີຍເຖິງບັນຫາທີ່ຈະຕ້ອງຜະເຊີນຕໍ່ສາທາລະນະຊົນ.
ອາເມລິກາປະກາດມາດຕະການຂວ້ຳບາດຮອບໃໝ່ຕໍ່ອີຣານ ເພື່ອພະຍາຍາມຄວບຄຸມໂຄງການນິວເຄຼຍ ແລະ ລູກສອນໄຟຂອງອີຣານ ແລະ ຫລຸດອິດທິພົນຂອງອີຣານຢູ່ຕາເວັນອອກກາງ.

