ສ.ເກົາຫລີ ກຽມໃຊ້ AI ເພີ່ມປະສິດທິພາບໃນການຕິດຕາມ ຜູ້ຕິດເຊື້ອໂຄວິດ-19

ປັດຈຸບັນ ສ.ເກົາຫລີ ຈ້າງເຈົ້າໜ້າທີ່ຈຳນວນຫລາຍໃນການຕິດຕາມຜູ້ຕິດເຊື້ອໂຄວິດ-19 ແລະ ຕິດຕໍ່ຜູ້ສ່ຽງຕິດເຊື້ອ ໂດຍເຈົ້າໜ້າທີ່ຈະເຮັດວຽກເປັນຕອນ ຕະຫລອດ 24 ຊົ່ວໂມງ. ເຈົ້າໜ້າທີ່ລັດເມືອງບູຊອນກ່າວວ່າ: ເຈົ້າໜ້າທີ່ເຮັດວຽກໜັກເກີນໄປ ເນື່ອງຈາກເມືອງບູຊອນນັ້ນມີປະຊາກອນຫລາຍກວ່າ 800.000 ຄົນ ເມືອງບູຊອນຈຶ່ງກຽມເລີ່ມໂຄງການໃຊ້ AI ເຂົ້າມາຊ່ວຍແບ່ງເບົາວຽກ ແລະ ຊ່ວຍໃຫ້ການຕິດຕາມຜູ້ຕິດເຊື້ອມີປະສິດທິພາບ ແລະ ແນ່ນອນຂຶ້ນ.
ໂຄງການນີ້ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ແລະ ກອງທຶນເມືອງບູຊອນຫລາຍກວ່າ 2,1 ພັນລ້ານວອນ ໂດຍໂຄງການຈະໃຊ້ອັລກໍຣິທຶມ AI ແລະ ເຕັກໂນໂລຊີການຈົດຈຳໃບໜ້າໃນການວິເຄາະພາບຈາກກ້ອງວົງຈອນປິດ 10.820 ກວ່າໂຕ ໃນການຕິດຕາມການເຄື່ອນໄຫວຂອງຜູ້ຕິດເຊື້ອ ລວມທັງຄົນທີ່ພວກເຂົາສຳຜັດ ຫລື ໃກ້ຊິດນຳ ໂດຍລະບົບສາມາດຕິດຕາມຄົນໄດ້ຫລາຍເຖິງ 10 ຄົນພ້ອມກັນໃນ 5-10 ນາທີ ເຊິ່ງສາມາດຫລຸດເວລາເຈົ້າໜ້າທີ່ໃຊ້ໃນການເຮັດວຽກ ເຊິ່ງມັກຈະໃຊ້ເວລາເຄິ່ງຊົ່ວໂມງເຖິງໜຶ່ງຊົ່ວໂມງຕໍ່ການຕິດຕາມຜູ້ຕິດເຊື້ອ 1 ຄົນ.
ເຖິງວ່າໂຄງການຈະເລີ່ມດຳເນີນໃນເດືອນມັງກອນທີ່ຈະເຖິງນີ້, ແຕ່ປະຊາຊົນ ສ.ເກົາຫລີ ບາງສ່ວນຍັງກັງວົນເລື່ອງການເປັນສ່ວນຕົວ. ເຖິງຢ່າງໃດກໍຕາມ, ກະຊວງວິທະຍາສາດ ແລະ ໄອຊີທີ ກ່າວວ່າ: ໂຄງການນີ້ມີຈຸດປະສົງເພື່ອຫລຸດພາລະວຽກຂອງເຈົ້າໜ້າທີ່ບາງສ່ວນເທົ່ານັ້ນ ບໍ່ໄດ້ຕ້ອງການຈະລະເມີດການເປັນສ່ວນຕົວຂອງປະຊາຊົນ ແລະ ໂຄງການນີ້ຍັງເປັນພຽງໂຄງການຕົວແບບ ແລະ ຍັງບໍ່ມີແຜນຈະຂະຫຍາຍໂຄງການໄປສູ່ລະດັບປະເທດ.
ອ້າງອີງ:
https://www.reuters.com/world/asia-pacific/skorea-test-ai-powered-facial-recognition-track-covid-19-cases-2021-12-13/

