ກອງປະຊຸມສຸດຍອດອາຊຽນຂອງເວທີປຶກສາຫາລື ເສດຖະກິດໂລກສຸມໃສ່ການເຊື່ອມໂຍງເຂົ້າກັນ

ຕາມຂ່າວສານຊິນຮວາ: ໃນກອງປະຊຸມສຸດຍອດອາຊຽນຂອງເວທີປຶກສາຫາລືເສດຖະກິດໂລກປີ 2017 ທີ່ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ, ການສ້າງພື້ນຖານໂຄງລ່າງກັບການເຊື່ອມໂຍງເຂົ້າກັນກາຍເປັນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈຫຼາຍກວ່າໝູ່. ຜູ້ຮ່ວມປະຊຸມຮຽກຮ້ອງໃຫ້ລັດຖະບານກັບພາກສ່ວນເອກະຊົນດຳເນີນການຮ່ວມມືຢ່າງກວ້າງຂວາງ, ຊຸກຍູ້ການສ້າງພື້ນຖານໂຄງລ່າງໃນພາກພື້ນ, ຊຸກຍູ້ການເຊື່ອມໂຍງເຂົ້າກັນ.
ກອງປະຊຸມສຸດຍອດໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນແຕ່ວັນທີ 10 ຫາວັນທີ 12 ພຶດສະພານີ້, ບຸກຄົນຈາກວົງການການເມືອງ, ວົງການການຄ້າ ແລະ ພົນລະເຮືອນ 700 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມເທື່ອນີ້.
ໃນກອງປະຊຸມສຸດຍອດ, ທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ກ່າວວ່າ: ຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ ທີ່ຈີນສະເໜີອອກນັ້ນ ໄດ້ນຳເອົາຄວາມຫວັງໃຫ້ແກ່ການສ້າງພື້ນຖານໂຄງລ່າງຂອງປະເທດທີ່ກຳລັງພັດທະນາ, ທະນາຄານການລົງທຶນອາຊີ ແລະ ກອງທຶນເສັ້ນທາງສາຍໄໝ ຈະອຳນວຍຄວາມຊ່ວຍເຫຼືອດ້ານເງິນທຶນອັນໃໝ່ໃຫ້ແກ່ການສ້າງພື້ນຖານໂຄງລ່າງ ແລະ ການເຊື່ອມໂຍງເຂົ້າກັນຂອງບັນດາປະເທດທ່ກ່ຽວຂ້ອງ ໂດຍສະເພາະແມ່ນປະເທດອາຊຽນ.
ທ່ານ ຈີ່ນລີ້ຊຸນ ປະທານລວມຂອງກອງປະຊຸມສຸດຍອດອາຊຽນຂອງເວທີປຶກສາຫາລືເສດຖະກິດໂລກ, ປະທານທະນາຄານການລົງທຶນອາຊີ ກ່າວວ່າ: ການສ້າງພື້ນຖານໂຄງລ່າງມີຄວາມສຳຄັນຫຼາຍຕໍ່ການເຊື່ອມໂຍງເຂົ້າກັນຂອງ 10 ປະເທດອາຊຽນ, ທະນາຄານການລົງທຶນອາຊີຈະອຳນວຍການສະໜັບສະໜູນດ້ານການທະນາຄານ ແລະ ເຕັກນິກໃຫ້ແກ່ການສ້າງພື້ນຖານໂຄງລ່າງອາຊຽນ. ທ່ານກ່າວວ່າ: ການລົງທຶນດ້ານພື້ນຖານໂຄງລ່າງສາມາດສ້າງຄຸນຄ່າເສດຖະກິດສູງ, ແຕ່ຖ້າບໍ່ມີການເຊື່ອມໂຍງເຂົ້າກັນ, ໂຄງການພື້ນຖານໂຄງລ່າງຈຳນວນໜຶ່ງ ອາດຈະກາຍເປັນຊັບສິນທີ່ທັງແພງທັງໄຮ້ປະໂຫຍດ. ມາດຖານໃນການພິຈາລະນາໂຄງການພື້ນຖານໂຄງລ່າງ ບໍ່ພຽງແຕ່ຢູ່ບ່ອນວ່າ ມັນສາມາດສ້າງຜົນສະທ້ອນໃຫ້ປະເທດນັ້ນໄດ້ ຫຼື ບໍ່, ຍັງຕ້ອງເບີ່ງວ່າ ມັນສາມາດນຳເອົາຜົນປະໂຫຍດມາໃຫ້ປະເທດອ້ອມຂ້າງ ຫຼື ບໍ່.

