ຍີ່ປຸ່ນ-ຈີນ ຫາທາງຮັດແໜ້ນການພົວພັນ ທ່າມກາງບັນຫາການຄ້າກັບອາເມລິກາ
ນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ເດີນທາງມານະຄອນຫລວງປັກກິ່ງ ຂອງຈີນ ໃນວັນທີ 25 ຕຸລານີ້ ເພື່ອປະຊຸມສຸດຍອດທະວີພາຄີຢ່າງເປັນທາງການເທື່ອທຳອິດກັບຜູ້ນຳຈີນໃນຮອບ 7 ປີ. ຂະນະທີ່ ສອງປະເທດພະຍາຍາມຫາທາງຟື້ນຟູການພົວພັນກັນທ່າມກາງຄວາມຂັດແຍ່ງທາງການຄ້າກັບອາເມລິກາ.
ຈີນເລີ່ມເຂົ້າຫາຍີ່ປຸ່ນ ແລະ ປະເທດອື່ນໆ ເນື່ອງຈາກບັນຫາການຄ້າກັບອາເມລິກາຢຸດສະງັກ, ສ່ວນຍີ່ປຸ່ນກັງວົນຕໍ່ການແຜ່ອິດທິພົນຂອງຈີນ ແຕ່ຕ້ອງການໃຫ້ການພົວພັນທາງເສດຖະກິດກັບຈີນ ເຊິ່ງເປັນປະເທດຫຸ້ນສ່ວນທາງການຄ້າລາຍໃຫຍ່ທີ່ສຸດເປັນໄປຢ່າງລາບລື່ນ ຈະຕ້ອງປັບສົມດຸນລະຫວ່າງການປອງດອງກັບຈີນ ແລະ ຕ້ອງບໍ່ໃຫ້ອາເມລິກາ ເຊິ່ງເປັນຫຸ້ນສ່ວນຄວາມໝັ້ນຄົງບໍພໍໃຈ. ຂະນະທີ່ຍີ່ປຸ່ນມີບັນຫາການຄ້າກັບອາເມລິການຳອີກ.

