ອິນໂນເນເຊຍ ສັ່ງປົດນາຍຕຳຫລວດຈາກເຫດການໂສກນາຕະກຳບານເຕະຄັ້ງໃຫຍ່

ອິນໂດເນເຊຍ ສັ່ງປົດຜູ້ບັງຄັບການຕຳຫລວດເມືອງມາລັງອອກຈາກຕຳແໜ໋ງ ລວມເຖິງສັ່ງພັກວຽກຕຳຫລວດອີກ 9 ຄົນ ຫລັງເກີດໂສກນາຕະກຳໃນວົງການບານເຕະຄັ້ງໃຫຍ່.

ໂດຍວົງການບານເຕະໂລກຫາກໍພົບກັບຂ່າວເສົ້າ ຫລັງຈົບແຂ່ງຂັນບານລີກສູງສຸດຂອງອິນໂດນີເຊຍ ເກມທີ່ ອາຣີມາ ເອຟຊີ ເສຍໃຫ້ ເພີເຊບາຢາ ສຸຣາບາຢາ 2-3 ທີ່ສະໜາມກັນຈູຣູຮັນ ເມືອງມາລັງ ເມື່ອວັນທີ 1 ຕຸລາທີ່ຜ່ານມາ ເນື່ອງຈາກມີແຟນ ບານບຸກເຂົ້າມາໃນສະໜາມ ຈົນເຈົ້າໜ້າທີ່ຕຳຫລວດຍິງແກສນຳ້ຕາໃສ່ຈົນເກີດຄວາມວຸ້ນວາຍທີ່ນຳໄປສູ່ການຢຽບກັນຕາຍ.

ນອກຈາກນັ້ນຍັງມີຜູ້ຄົນຍາດກັນອອກຈາກສະໜາມຈົນເກີດການບຽດສຽດທີ່ປະຕູທາງອອກ ແລະ ເຮັດໃຫ້ມີຜູ້ຫາຍໃຈບໍ່ອອກ ສຸດທ້າຍມີຜູ້ເສຍຊີວິດບໍ່ຕ່ຳກວ່າ 125 ຄົນ ແລະ ບາດເຈັບບໍ່ກວ່າ 320 ຄົນ.

ຈາກເຫດການດັ່ງກ່າວເຮັດໃຫ້ ໂຈໂກ ວີໂດໂດ ປະທານາທິດີອິນໂດນີເຊຍ ສັ່ງພັກການແຂ່ງຂັນບານລີກສູງສຸດຂອງປະ ເທດໄວ້ແບບບໍ່ມີກຳນົດ ຈົນກວ່າການສອບສວນຈະສຳເລັດ ລວມເຖິງມີການຢຽວຢາຄອບຄົວເຫຍືອຜູ້ເສຍຊີວິດນຳອີກ.

ຫລ້າສຸດ BBC ສື່ຊື່ດັງຂອງອັງກິດ ລະບຸວ່າ : ຜູ້ບັງຄັງການຕຳຫລວດເມືອງມາລັງໄດ້ຖືກປົດຈາກຕຳແໜ່ງຈາກການເກີດໂສກ ນາຕະກຳຄັ້ງນີ້ ຂະນະທີ່ເຈົ້າໜ້າທີ່ຕຳຫລວດອີກ 9 ຄົນມີຄວາມກ່ຽວຂ້ອງກໍຖືກສັ່ງພັກງານ.

ມີການລາຍງານເພີ່ມອີກວ່າມີຈຳນວນເດັກທີ່ເສຍຊີວິດຈາກເຫດການນີ້ເຖິງ 32 ຄົນ ເຊິ່ງເຫຍືອທີ່ອາຍຸໜ້ອຍສຸດມີອາຍຸພຽງ 3 ປີ ເທົ່ານັ້ນ.