ອິນເດຍແຈ້ງໄຂ້ຊິກາລະບາດ

ອິນເດຍແຈ້ງໄຂ້ຊິກາລະບາດ ເພາະພົບຜູ້ປ່ວຍທີ່ໄດ້ຮັບການຢືນຢັນວ່າຕິດເຊື້ອໄວຣັສຊິກາແລ້ວ 80 ຄົນນັບແຕ່ເດືອນກ່ອນ ໃນຈຳນວນນີ້ 22 ຄົນເປັນຜູ້ຍິງຖືພາໃນລັດຣາດສະຖານ ທາງຕາເວັນຕົກຂອງປະເທດ.
ເຈົ້າໜ້າທີ່ພິເສດ 330 ທີມອອກສີດພົ່ນຢາກຳຈັດຍຸງຕາມເຮືອນໃນເມືອງໄຊປຸຣະ ເມືອງເອກຂອງລັດຣາດສະຖານ ແລະ ເຝົ້າສັງເກດອາການປະຊາຊົນເກືອບ 440.000 ຄົນ. ຂະນະທີ່ລັດຖະມົນຕີສາທາລະນະສຸກອິນເດຍຖະແຫລງວ່າ: ການຮັບມືກັບພະຍາດທີ່ມີສັດ ແລະ ແມງໄມ້ເປັນພາຫະຈຳເປັນຕ້ອງຕື່ນຕົວ ຈຶ່ງຈະສາມາດຄວບຄຸມພະຍາດໄດ້.
ອິນເດຍພົບຜູ້ປ່ວຍໄຂ້ຊິກາຄົນທຳອິດຂອງປະເທດໃນເດືອນມັງກອນປີກ່ອນ ໃນລັດຄຸດຣາດ ທີ່ຢູ່ຕິດກັບລັດຣາດສະຖານ ທາງຕາເວັນຕົກສຽງໃຕ້ ຫລັງຈາກໄຂ້ຊິກາລະບາດໃຫຍ່ທົ່ວໂລກໃນປີ 2015 ມີຜູ້ປ່ວຍຫລາຍກວ່າ 1,5 ລ້ານຄົນໃນ 70 ກວ່າປະເທດ ສ່ວນຫລາຍຢູ່ອາເມລິກາໃຕ້. ຜູ້ປ່ວຍທີ່ເປັນແມ່ຍິງຖືພາອາດໃຫ້ກຳເນີດລູກທີ່ມີບັນຫາສະໝອງພິການ, ເປັນພະຍາດທີ່ມີຍຸງເປັນພາຫະ. ອົງການອະນາໄມໂລກຄາດວ່າ: ກວ່າຈະມີວັກແຊງປ້ອງກັນພະຍາດນີ້ອາດຕ້ອງລໍຈົນຮອດປີ 2020.

