“ວັກຊີນມາລາເຣຍ” ຊະນິດທຳອິດຂອງໂລກ ຈະອຳນວຍຜົນປະໂຫຍດຕໍ່ເດັກນ້ອຍຫລາຍດ້ານ

ລາຍງານໂດຍອຸຍນິເຊັຟ ລະບຸວ່າ: “ອາຣ໌ທີເອສ, ເອສ” ເຊິ່ງເປັນວັກຊີນຕ້ານພະຍາດມາລາເຣຍຊະນິດທຳອິດຂອງໂລກ ທີ່ພັດທະນາ ແລະ ຜະລິດໂດຍບໍລິສັດໃນອັງກິດ ຈະສາມາດຊ່ວຍເຫລືອປະຊາກອນເດັກໄດ້ຫລາຍລ້ານຄົນ ໂດຍສະເພາະໃນອາຟຣິກາ.

ວັນທີ 17 ສິງຫາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ (ອຸຍນິເຊັຟ) ເປີດເຜີຍວ່າ: ບໍລິສັດແກຼັກໂຊສສມິດໄຄລ ຂອງອັງກິດ ຫລື ຈີເອສເຄ ຊະນະການປະມູນລາຄາ ເພື່ອຜະລິດວັກຊີນປ້ອງກັນພະຍາດມາລາເຣຍຊະນິດທຳອິດຂອງໂລກ.

ການປະມູນລາຄາຄັ້ງນີ້ມີມູນຄ່າສູງເຖິງ 170 ລ້ານໂດລາສະຫະລັດ ຄວບຄຸມການຜະລິດວັກຊີນ “ອາຣ໌ທີເອສ, ເອສ” ຫລື “ມົດກີຣິກ” (RTS, S / Mosquirix) ຈຳນວນ 18 ລ້ານໂດສ ສຳລັບນຳໃຊ້ ພາຍໃນໄລຍະເວລາອີກ 3 ປີຕໍ່ໜ້າ. ປັດຈຸບັນ ເດັກອາຍຸຕໍ່າກວ່າ 5 ປີ ຖືເປັນປະຊາກອນກຸ່ມສ່ຽງພະຍາດມາລາເຣຍຫລາຍທີ່ສຸດ ສະເພາະປີ 2020 ມີເດັກນ້ອຍໃນອາຟຣິກາ ເສຍຊີວິດຈາກພະຍາດນີ້ເກືອບ 500.000 ຄົນ ຫລື ອັດຕາການເສຍຊີວິດ ໜຶ່ງຄົນໃນທຸກໜຶ່ງນາທີ.

ລາຍງານຂອງອຸຍນິເຊັຟລະບຸອີກວ່າ: ຄວາມຄືບໜ້ານີ້ຖືເປັນການສົ່ງສັນຍານຈະແຈ້ງ ໃຫ້ບັນດາຜູ້ພັດທະນາວັກຊີນປ້ອງກັນພະຍາດມາລາເຣຍເດີນໜ້າເຮັດວຽກຕໍ່ໄປ ໂດຍນີ້ເປັນພຽງຈຸດເລີ່ມຕົ້ນ ແລະ ຈຳເປັນຕ້ອງມີການຄິດຄົ້ນພັດທະນາວັກຊີນລຸ້ນໃໝ່ ແລະ ລຸ້ນຕໍ່ໄປ ເພື່ອເພີ່ມພູນອຸປະທານ ແລະ ເຮັດໃຫ້ຕະຫລາດວັກຊີນແຂງແຮງຂຶ້ນ.

ມາລາເຣຍມີຕົ້ນຈາກຈາກປໍລະສິດ ແລະ ແພ່ສູ່ມະນຸດຜ່ານຍຸງກົ້ນຊີ້ໂຕເມຍທີ່ຕິດເຊື້ອ ເຖິງວ່າພະຍາດນີ້ຈະສາມາດປ້ອງກັນ ແລະ ປິ່ນປົວໄດ້ ແຕ່ອາດເປັນອັນຕະລາຍເຖິງຊີວິດຖ້າບໍ່ໄດ້ຮັບການປິ່ນປົວ.

ຂະນະທີ່ຂໍ້ມູນຈາກອົງການອະນາໄມໂລກ (WHO) ລະບຸວ່າ: ປັດຈຸບັນມີຫລາຍກວ່າ 30 ປະເທດ ມີການແພ່ເຊື້ອມາລາເຣຍລະດັບປານກາງຫາສູງ ໂດຍວັກຊີນສາມາດໃຫ້ການປົກປ້ອງເພີ່ມຕື່ມຕໍ່ເດັກຫລາຍກວ່າ 25 ລ້ານຄົນໃນແຕ່ລະປີ ຖ້າອຸປະທານວັກຊີນເພີ່ມຂຶ້ນແລ້ວ.

ສຳລັບວັກຊີນປ້ອງກັນພະຍາດມາລາເຣຍອາຣ໌ທີເອສ, ເອສ ເຊິ່ງເປັນຜົນໄດ້ຮັບຈາກການວິໄຈ ແລະ ພັດທະນາມາເຖິງ 35 ປີ ເປັນວັກຊີນປ້ອງກັນພະຍາດປໍລະສິດຊະນິດທຳອິດຂອງໂລກ ເປີດຕົວຄັ້ງທຳອິດໃນໂຄງການຕົວແບບຂອງ WHO ໃນປີ 2019 ແລະ ສັກໃຫ້ປະຊາກອນເດັກຫລາຍກວ່າ 800.000 ຄົນ ໃນການາ, ເຄນຢາ ແລະ ມາລາວີ.

ທັງນີ້, WHO ແນະນຳໃນເດືອນຕຸລາປີຜ່ານມາ ໃຫ້ມີການສັກວັກຊີນປ້ອງກັນພະຍາດມາລາເຣຍເປັນວົງກວ້າງໃນປະເທດທີ່ມີການແພ່ເຊື້ອມາລາເຣຍລະດັບປານກາງຫາສູງ. ສ່ວນອຸຍນິເຊັຟຄາດວ່າ: ຄວາມຕ້ອງການວັກຊີນດັ່ງກ່າວຈະເພີ່ມສູງໃນກຸ່ມປະເທດທີ່ໄດ້ຮັບຜົນກະທົບ.