ໃຜຈະເປັນແຊ້ມບານເຕະສາຍ ກ 2018 ທ້າຍອາທິດນີ້

ການແຂ່ງຂັນບານເຕະສາຍ ກ ຫລື ດີວີຊັນ 1 ໄດ້ດໍາເນີນມາເຖິງໂຄ້ງສຸດທ້າຍແລ້ວ ແລະ ໃຜຈະເປັນແຊ້ມຂອງການແຂ່ງຂັນ ເຊິ່ງທ້າຍອາທິດນີ້ຮູ້ກັນ ລະຫວ່າງທີມ ປກສ ເອັຟຊີ ພົບກັບ ທີມອີໂວ້ ຢູໄນເຕັດ ທີ່ເດີ່ນສະຫະພັນບານເຕະແຫ່ງຊາດລາວ.
ການແຂ່ງຂັນບານເຕະ ສາຍ ກໍ Division 1 ປະຈໍາປີ 2018 ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 11 ທີມ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ ເອ ປະກອບມີ: ດີເຄ ເອັຟຊີ, ທຣີນີຕີ ເອັຟຊີ, ເອັສທີທີ ເອັຟຊີ , ເຄພີເອັສ ເອັຟຊີ, ອີໂວ້ ຢູໄນເຕັດ ແລະ ປກສ ເອັຟຊີ. ສ່ວນກຸ່ມ ບີ ປະກອບມີ: ໂຮງຮຽນ ບຸນເກີດສຶກສາ ເອັຟຊີ, ວິທະຍາໄລ ລາວ-ທ໋ອບ ເອັຟຊີ, ວຽງຈັນ ຢູໄນເຕັດ, ແບລາວ ເອັຟຊີ ແລະ ກອງທັບ ເອັຟຊີ.
ສໍາລັບຮອບຊີງຊະນະເລີດເປັນການພົບກັນລະຫວ່າງທີມ ປກສ ເອັຟຊີ ພົບກັບ ທີມອີໂວ້ ຢູໄນເຕັດ ວັນທີ 20 ຕຸລາ ເວລາ 16:00 ໂມງ ທີ່ເດີ່ນສະຫະພັນບານເຕະແຫ່ງຊາດລາວ, ສ່ວນການຊີງອັນດັບທີ 3 ເປັນການພົບກັນລະຫວ່າງທີມ ວຽງຈັນ ຢູໄນເຕັດ ພົບກັບ ທີມກອງທັບ ເອັຟຊີ (ແຊ້ມເກົ່າ) ເວລາ 14:00 ໂມງ ທີ່ເດີ່ນສະຫະພັນບານເຕະແຫ່ງຊາດລາວ.

