ຄູຝຶກກະຕໍ້ທີມຊາດລາວ ພໍໃຈຜົນງານຫລັງຍາດໄດ້ 2 ຫລຽນຄໍາ ໃນຊີງແຊ້ມໂລກຄັ້ງທີ 33

ຄູຝຶກນັກກິລາກະຕໍ້ຄູ່ຍິງ-ຊາຍ ທີມຊາດລາວ ພໍໃຈຕໍ່ຜົນງານຫລັງຍາດໄດ້ 2 ຫລຽນຄໍາ, 1 ຫລຽນເງິນ ແລະ 1 ຫລຽນທອງ ໃນການແຂ່ງຂັນຊີງແຊ້ມໂລກຄັ້ງທີ 33 ທີ່ປະເທດໄທ ຈັດຂຶ້ນທ້າຍເດືອນກັນຍາຜ່ານມານີ້ ໃນປະເພດຄູ່ຍິງ ແລະ ຄູ່ຊາຍ.
ທ່ານ ຈັນໄດ ເພຍເທບ ຄູຝຶກນັກກິລາກະຕໍ້ຍິງ-ຊາຍ ທີມຊາດລາວ ໃຫ້ສໍາພາດວ່າ: ການແຂ່ງຂັນຊີງແຊ້ມໂລກຄັ້ງນີ້ ພວກເຮົາໄດ້ສົ່ງນັກກິລາເຂົ້າຮ່ວມ ຊາຍ 5 ລາຍການ, ຍິງ 5 ລາຍການຄື: ກະຕໍ້ລອດຮວງ, ທີມ 4 ຄົນ ທີມດ່ຽວ 3 ຄົນ, ທີມຄູ່ ແລະ ທີມຊຸດ ເຊິ່ງໃນເບື້ອງຕົ້ນແມ່ນຈະສົ່ງພຽງແຕ່ຊາຍ 4 ລາຍການ, ຍິງ 4 ລາຍການເທົ່ານັ້ນ. ຜ່ານການແຂ່ງຂັນ ນັກກິລາຂອງພວກເຮົາສາມາດຍາດໄດ້ອັນດັບທີ 3 ຂອງການແຂ່ງຂັນກະຕໍ້ຊີງແຊ້ມໂລກຄັ້ງທີ 33 ໂດຍການຍາດໄດ້ 2 ຫລຽນຄໍາຈາກລາຍການທີມຄູ່ຊາຍ ແລະ ທີມຄູ່ຍິງ, ສ່ວນ 1 ຫລຽນເງິນໄດ້ຈາກລາຍການທີມ 4 ຄົນຍິງ ແລະ 1 ຫລຽນທອງໄດ້ຈາກທີມດ່ຽວຍິງ. ຈາກຜົນງານດັ່ງກ່າວ ຕົນເອງໃນນາມຄະນະນໍາ ທັງເປັນຄູຝຶກມີຄວາມພາກພູມໃຈທີ່ລູກທີມຂອງຕົນເອງສາມາດສ້າງຊື່ສຽງໃນເວທີພາກພື້ນ ແລະ ສາກົນ.
ທ່ານ ຈັນໄດ ເພຍເທບ ຍັງເວົ້າຕື່ມວ່າ: ພາຍຫລັງສໍາເລັດການເຂົ້າຮ່ວມລາຍການຊີງແຊ້ມໂລກຄັ້ງທີ 33 ແລ້ວ ພວກເຮົາຈະສືບຕໍ່ຝຶກຊ້ອມເພື່ອເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ໂດຍການເຂົ້າຮ່ວມງານມະຫາໄລອາຊຽນຄັ້ງທີ 19 ທີ່ປະເທດມຽນມາ ເຊິ່ງຈະຈັດຂຶ້ນລະຫວ່າງທ້າຍເດືອນທັນວາຈະມາເຖິງນີ້.

