ຊີ້ແຈງ ການເກັບເງິນຄ່າຜ່ານປະຕູເຂົ້າສະຖານີລົດໄຟລາວ-ຈີນ ເພື່ອຄວາມເປັນລະບຽບຮຽບຮ້ອຍ

ທ່ານ ອານົງເດດ ເພັດໄກສອນ ຮອງອໍານວຍການບໍລິສັດທາງລົດໄຟລາວ-ຈີນ ໄດ້ຊີ້ແຈງ ກ່ຽວກັບການເກັບຄ່າຜ່ານເຂົ້າຈອດລົດຢູ່ສະຖານີລົດໄຟ ຜ່ານໜັງສືພິມປະຊາຊົນ ວັນທີ 2 ກໍລະກົດ 2025 ນີ້ວ່າ: ສະຖານີລົດໄຟລາວ-ຈີນ ມີທັງໝົດ 10 ສະຖານີ ແຕ່ນະຄອນຫຼວງວຽງຈັນຫາບໍ່ເຕ່ນ ແຂວງຫຼວງນໍ້າທາ ໃຫຍ່ກວ່າໝູ່ແມ່ນສະຖານີນະຄອນຫຼວງວຽງຈັນ ຊຶ່ງມີຜູ້ໂດຍສານມາໃຊ້ບໍລິການຫຼາຍ ເຮັດໃຫ້ມີຄວາມແອອັດຫຼາຍກວ່າສະຖານີອື່ນ ເຮັດໃຫ້ການເຂົ້າ-ອອກພາຍໃນສະຖານີມີຄວາມແອອັດພໍສົມຄວນ ຈຶ່ງໄດ້ມີແກ້ໄຂລະບາຍການສັນຈອນໃນໄລຍະເວລາທີ່ຜູ້ມາຮັບ-ມາສົ່ງຫຼາຍເພື່ອໃຫ້ມີຄວາມສະດວກຍິ່ງຂຶ້ນ.
ສໍາລັບກົນໄກໄດ້ມອບໃຫ້ໜ່ວຍບໍລິການຮັກສາຄວາມປອດໄພ ຄວາມເປັນລະບຽບຮຽບຮ້ອຍຢູ່ນອກສະຖານີ ໂດຍມີພັນທະໜ້າທີ່ຕໍ່ກັບບໍລິສັດ ໃນການຄຸ້ມຄອງພື້ນທີ່ສາທາລະນະ, ຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ ສະນັ້ນ, ຈຶ່ງໄດ້ມີການເກັບຄ່າຜ່ານປະຕູພາຍຫຼັງເປີດໄດ້ 11 ເດືອນ ລົດເກັງ 10 ພັນກີບ, ລົດປະເພດອື່ນໆແມ່ນໄດ້ເກັບລາຄາທີ່ແຕກຕ່າງກັນ ເພື່ອເຮັດໃຫ້ການບໍລິຫານຈັດການມີຄວາມເປັນລະບຽບຮຽບຮ້ອຍ, ເກັບໃນອັດຕາທີ່ກຳນົດ ແລະ ມີຄວາມເປັນເອກະພາບ ມີ 6 ສະຖານີຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ເມືອງໄຊ, ນາເຕີຍ, ວັງວຽງ ແລະ ບໍ່ເຕ່ນ.
ສຳລັບມາດຕະການ ແລະ ວິທີການແກ້ໄຂໃນຕໍ່ໜ້າ:
1. ຈະມີການເຂັ້ມງວດກັບພະນັກງານເກັບເງິນຄ່າຜ່ານປະຕູເຂົ້າ ໃຫ້ໄວຂຶ້ນ.
2. ຈະຄົ້ນຄວ້າທົດລອງການຫຼຸດລາຄາລົງຈາກ 10 ພັນກີບ ມາເປັນ 5 ພັນກີບ ໂດຍສະເພາະລົດເກງ ຄຽງຄູ່ກັບມາດຕະການບໍ່ໃຫ້ຈອດດົນ (ຜ່ານມາມີບາງຄັນເຂົ້າມາຈອດແຊ່ໄວ້ດົນ), ຄົ້ນຄວ້າເດີ່ນຈອດລົດຄ້າງຄືນໃຫ້ກວ້າງຂວາງຕື່ມ.
ສໍາລັບແຜນຍາວນານ ພວກເຮົາໄດ້ຄົ້ນຄວ້າລະບົບໄມ້ກັ້ນອັດຕະໂນມັດທີ່ບໍ່ໃຊ້ຄົນເພື່ອໃຫ້ວ່ອງໄວ ໂປ່ງໃສຂຶ້ນ ໂດຍທົດລອງຢູສະຖານີນະຄອນຫຼວງວຽງຈັນ ຄາດຄະເນໃນເດືອນສິງຫາ-ກັນຍານີ້.
ສະນັ້ນ, ຮຽກຮ້ອງມາຍັງສັງຄົມໃຫ້ເຂົ້າໃຈ ແລະ ສະໜັບສະໜູນບໍລິສັດທາງລົດໄຟລາວ-ຈີນ ຊຶ່ງຈຸດພິເສດການຊົມໃຊ້ລົດໄຟແມ່ນມາພ້ອມກັນ ລົງພ້ອມກັນ ຄົນຫຼາຍສະພາບແອອັດ ຖືເປັນສິ່ງທ້າທາຍໃນການແກ້ໄຂບັນຫາດັ່ງກ່າວໃຫ້ກັບພວກເຮົາ ຊຶ່ງໄລຍະຍາວພວກເຮົາຕ້ອງໄດ້ມີການຄົ້ນຄວ້າ ຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງໄປພ້ອມກັນ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນເປັນຢ່າງດີ.
ທີ່ມາ: ປະຊາຊົນ

