ການລະບາດຂອງໄຂ້ເລືອດອອກຢູ່ສະຫວັນນະເຂດອາດເພີ່ມຂຶ້ນ ສະເພາະຢູ່ເມືອງພີນມີຜູ້ເສຍຊີວິດແລ້ວ 4 ຄົນ

ສາທາລະນະສຸກເມືອງພີນ ແຂວງສະຫວັນນະເຂດ ລາຍງານວ່າ: ສະພາບການລະບາດຂອງໄຂ້ເລືອດອອກຢູ່ເມືອງຂອງຕົນ ມາຮອດປັດຈຸບັນພົບຜູ້ຕິດເຊື້ອແລ້ວຈຳນວນ 414 ຄົນ ເປັນຕົ້ນໃນເຂດບ້ານນາທອງ, ພີນ, ອະນຸສັນຍາ, ເວີນຫົງຄຳ ແລະ ບ້ານປະສົມໄຊ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ ໃນນີ້ມີຍິງ 2 ຄົນ ທັງໝົດຍັງແມ່ນເດັກນ້ອຍ ເຊິ່ງພະຍາດດັ່ງກ່າວເລີ່ມລະບາດມາແຕ່ກາງເດືອນສິງຫາຜ່ານມານີ້ ແລະ ເຈົ້າແຂວງກໍໄດ້ແນະນຳໃຫ້ອຳນາດການປົກຄອງເມືອງພີນ ແລະ ພະແນກສາທາລະນະສຸກແຂວງວາງມາດຕະການຄວບຄຸມການລະບາດຂອງພະຍາດດັ່ງກ່າວ ດ້ວຍການພົ່ນຢາກຳຈັດຍຸງລາຍໃນກຸ່ມບ້ານຕ່າງໆທີ່ມີການລະບາດ.
ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງ ລາຍງານວ່າ: ພະຍາດໄຂ້ເລືອດອອກລະບາດໃນເມືອງພີນປີນີ້ແມ່ນເປັນວົງກວ້າງ ເຊິ່ງພົບຜູ້ຕິດເຊື້ອສະສົມເຖິງ 400 ກວ່າຄົນ ເຊິ່ງໃນນີ້ຢູ່ບ້ານນາທອງພົບຜູ້ປ່ວຍເຖິງ 65 ຄົນ, ນາໂພ 59 ຄົນ, ອາລວຍໃໝ່ 49 ຄົນ, ອະນຸສັນຍາ 32 ຄົນ, ປະສົມໄຊ 38 ຄົນ, ນາທະລັງ 27 ຄົນ, ບ້ານພີນ ແລະ ບ້ານເວີນຫົງຄຳ ບ້ານລະ 24 ຄົນ. ຈາກນີ້ບ້ານອື່ນໆກໍມີການແຜ່ລະບາດກວມເຖິງ 45 ບ້ານແລ້ວ.
ໃນປີ 2017 ຜ່ານມາ, ຢູ່ແຂວງສະຫວັນນະເຂດມີຜູ້ຕິດເຊື້ອໄຂ້ເລືອດອອກສູງເຖິງ 958 ຄົນ, ເສຍຊີວິດ 3 ຄົນ ເຊິ່ງທ່າອ່ຽງຜູ້ປ່ວຍໃນປີນີ້ຄາດວ່າຈະເພີ່ມຂຶ້ນ ເພາະມີລາຍງານຈາກເມືອງໃກ້ຄຽງກໍມີການລະບາດຂອງພະຍາດໄຂ້ເລືອດອອກແລ້ວເຊັ່ນຢູ່ເມືອງນອງ, ເມືອງເຊໂປນ, ພະລານໄຊ ແລະ ເມືອງວິລະບູລີ ເຊິ່ງພື້ນທີ່ດັ່ງກ່າວມີຄວາມສ່ຽງທີ່ຈະກໍ່ໃຫ້ເກີດການລະບາດຂອງໄຂ້ເລືອດອອກໄດ້ງ່າຍ ຍ້ອນມີແຫລ່ງນ້ຳອັ່ງຂັງ ແລະ ມີຊຸມຊົນກຸ່ມບ້ານທີ່ໜາແໜ້ນ, ມີນ້ຳຖ້ວມຂັງມັນຈຶ່ງເປັນແຫລ່ງເພາະພັນຂອງຍຸງລາຍໄດ້.

